ປກສ ເມືອງວຽງພູຄາ ສາມາດນຳລົດຖືກລັກ ມອບຄືນໃຫ້ເຈົ້າຂອງເດີມ

ຂ່າວ ປກສ ແຂວງຫຼວງນໍ້າທາ ລາຍງານວ່າ: ວັນທີ 17 ກັນຍາ 2025, ທ່ານ ພັຕ ອຸດົມໄຊ ອິນຍະວົງ ຫົວໜ້າໜ່ວຍງານ ຄົ້ນຄວ້າສັງລວມ ພະແນກຕໍາຫຼວດ ປກສ ເມືອງວຽງພູຄາ ແຂວງຫຼວງນໍ້າທາ ໄດ້ສືບຕໍ່ມອບຊັບ ປະເພດລົດຈັກ 2 ຄັນ ທີ່ຖືກຄົນຮ້າຍລັກໄປ ມອບຄືນໃຫ້ເຈົ້າຂອງເດີມ ຄັນໜຶ່ງຍີ່ຫໍ້ຮອນດາເວບ 110 ໄອ ສີແດງ ແລະ ສີແດງດໍາ (ບໍ່ມີປ້າຍທະບຽນ).

ລົດດັ່ງກ່າວ, ແມ່ນເຈົ້າໜ້າທີ່ໄດ້ເກັບກູ້ຄືນຈາກຄົນຮ້າຍຊື່ ທ້າວ ເຈັງແມວາ ຢູ່ ບ້ານ ຫົວຂົວ ເມືອງລອງ ແຂວງຫຼວງນໍ້າທາ ໄດ້ຈໍານວນ 1 ຄັນ ແລະ ອີກ1 ຄັນ ແມ່ນເຈົ້າໜ້າທີ່ເຄື່ອນໄຫວພົບເຫັນຈອດປະໄວ້ຢູ່ ຮອງນໍ້າຂົວນໍ້າໂຮງ ເມືອງວຽງພູຄາ ແຂວງຫຼວງນໍ້າທາ ໃນທ້າຍເດືອນສິງຫາ ຫາ ກາງເດືອນ ກັນຍາ 2025 ເຈົ້າໜ້າທີ່ ປກສ ເມືອງວຽງພູຄາ ຈຶ່ງເກັບຮັກສາໄວ້ ແລະ ສືບຕໍ່ແຈ້ງການຊອກຫາເຈົ້າຂອງລົດຄັນດັ່ງກ່າວ ເພື່ອສົ່ງຄືນໃຫ້ເຈົ້າຂອງເດີມ.