ຢາກໃຫ້ເຮັດເປັນປະຈຳ ແລະ ຕໍ່ເນື່ອງ ບໍ່ແມ່ນອ້າງເລື່ອງການຂໍ່ານັບຮັບຕ້ອນວັນສຳຄັນ

ໂດຍ: ຜາຕຸງ

ໃນໄລຍະນີ້ ເຮົາຈະເຫັນວ່າ ແຕ່ລະບ້ານ, ແຕ່ລະເມືອງ, ແຂວງ, ກະຊວງທະບວງການ, ສຳນັກງານຕ່າງໆ ເພິ່ນໄດ້ປຸກລະດົມກັນສ້າງຫຼາຍຂະບວນການໃຫ້ມີຄວາມຟົດຟື້ນ ເຊັ່ນອະນາໄມ, ແກ້ໄຂບັນຫາປາກົດການຫຍໍ້ທໍ້, ການປະກດັບປະດາ ແລະ ອື່ນໆ ເຊິ່ງເກືອບເວົ້າໄດ້ວ່າທຸກຮູບການເຄື່ອນໄຫວ, ທຸກຮູບການເໜັງຕີງສ່ວນຫຼາຍແມ່ນມັກອ້າງອີງໃສ່ວ່າ “ສ້າງຜົນງານ ຂ່ຳນັບຮັບຕ້ອນບັນດາວັນສຳຄັນຂອງພັກຂອງຊາດ” ຍິ່ງປັດຈຸບັນແມ່ນກອງປະຊຸມ 3 ຂັ້ນຂອງພັກ, ວັນຊາດທີ 2 ທັນວາ ຄົບຮອບ 50 ປີ, ວັນເກີດອາດີດປະທານໄກສອນ ພົມວິຫານ ຄົບຮອບ105 ປີ ແລະ ວັນອື່ນໆອີກຫຼາຍວັນ.

ການທີ່ຜາຕຸງຍົກບັນຫານີ້ຂຶ້ນມາບໍ່ໄດ້ມີອະຄະຕິຕໍ່ຂະບວນການນີ້ແຕ່ຢ່າງໃດ ກົງກັນຂ້າມ ຍັງເຫັນດີດອມດ້ວຍຊ້ຳ ເນື່ອງຈາກວ່າຜ່ານຂະບວນການປຸກລະດົມຄືແນວນີ້ ມີຫຼາຍສິ່ງຫຼາຍຢ່າງໄດ້ມີການປັບປຸງ ປ່ຽນແປງໄປໃນທາງທີ່ດີຂຶ້ນ ບ້ານເມືອງທີ່ມີຄວາມຮົກເຮື້ອເຕັມໄປດ້ວຍສິ່ງເປິເປື້ອນ, ສັງຄົມບໍ່ມີຄວາມສະຫງົບ ບໍ່ມີຄວາມເປັນລະບຽບຮຽບຮ້ອຍກໍ່ຄ່ອຍໆ ເປີດແປນ ມີຄວາມສະອາດງາມຕາ, ປະກົດການຫຍໍ້ທໍ້ໃນສັງຄົມ ຂີ້ລັກງັດແງະ, ລັກເລັກຂະໂມຍນ້ອຍຖືກກຳຈັດປັດເປົ່າ ເຮັດໃຫ້ສັງຄົມດີຂື້ນ ມີຄວາມເປັນລະບຽບຮຽບຮ້ອຍ ສະຫງົບປອດໄພຂຶ້ນ ນີ້ເປັນນ້າຊົມເຊີຍທີ່ສຸດ.

ແນວໃດກໍດີ ການຍົກເອົາບັນຫານີ້ມາເວົ້າມາກ່າວ ກໍເພື່ອແລກປ່ຽນນຳທຸກທ່ານວ່າ ຖ້າຫາກເຮົາເບິ່ງຢ່າງຮອບຄອບກວ້າງຂວາງ ແລະ ເລິກເຊິ່ງເຖິງຖອງແລ້ວ ເຫັນວ່າການປຸກລະດົມເປີດຂະບວນການສ້າງຜົນງານນີ້ແມ່ນມີຜົນດີຫຼາຍ ເຮັດໃຫ້ວຽກງານວິຊາສະເພາະຂອງຫຼາຍຄົນທີ່ຮັບຜິດຊອບຢູ່ນັ້ນປະສົບຜົນສຳເລັດໄວທັງຮັບປະກັນຄຸນນະພາບ, ບ້ານເມືອງທີ່ເຄີຍຮົກເຮື້ອກັບມາເປີດແປນສະອາດງາມຕາ, ໜໍ່ແໜງປະກົດການຫຍໍ້ທໍ້ຖືກກຳຈັດຕີຖອຍ ບ້ານເມືອງມີຄວາມສະຫງົບສັງຄົມປອດໄພ ສຳຄັນໄປກວ່ານັ້ນແມ່ນໄດ້ມາແຫ່ງພະລັງຄວາມສາມັກຄີປອງດອງເປັນປຶກແຜ່ນ ນີ້ບໍ່ແມ່ນການຍົກຍໍປໍປັ້ນແຕ່ຢ່າງໃດ ມັນເກີດຂຶ້ນບົນພື້ນຖານຄວາມເປັນຈິງຂອງເຫດການ ທ່ານວ່າແມ່ນບໍ?

ຢ່າງໃດກໍດີ ໃນເມື່ອເຮົາຫາກຮູ້ຫາກເຫັນວ່າ ມັນເປັນສິ່ງທີ່ດີ ແລະ ມີປະໂຫຍດແກ່ສັງຄົມ ແກ່ຊາດບ້ານເມືອງແລ້ວ ເປັນຫຍັງພວກເຮົາບໍ່ພາກັນເຮັດ ເປັນປະຈຳ, ເປັນຫຍັງບໍ່ພາກັນເຮັດເລື້ອຍໆ ເປັນຫຍັງຕ້ອງລໍຖ້າໃຫ້ເຖິງວັນສຳຄັນໃກ້ຈະມາຮອດແລ້ວຈຶ່ງເລີ່ມຕື່ນຕົວປຸກລະດົມກັນເຮັດ. ການປະກອບສ່ວນໃນການສ້າງສາພັດທະນາປະເທດຊາດບ້ານເມືອງນັ້ນເປັນຂອງທົ່ວປວງຊົນ ຖ້າໃຫ້ດີແທ້ອົງການປົກຄອງແຕ່ລະຂັ້ນຄວນຫັນມາໃຫ້ຄວາມສຳຄັນໃນວຽກງານນີ້ຕື່ມ ໂດຍສະເພາະແມ່ນຂະບວນການອອກແຮງງານອະນາໄມເຮັດໃຫ້ຄຸ້ມບ້ານ ສະຖານທີ່ສຳນັກງານ ອົງການຂອງຕົນໃຫ້ມີຄວາມສະອາດງາມຕາເປັນປະຈຳແຕ່ລະອາທິດ ແຕ່ສຳຄັນໜຶ່ງແມ່ນເອົາໃຈໃສ່ໃນການຮັກສາຄວາມສະຫງົບ ຫັນເອົາວຽກງານປ້ອງກັນຊາດ ປ້ອງກັນຄວາມສະຫງົບໃ້ກາຍເປັນຂອງທົ່ວປວງຊົນ.

ຢາກເຮັດໄດ້ດີ ມີຜົນສຳເລັດນັ້ນຄວນຫັນມາເຮັດເລື້ອຍໆ ເຮັດເປັນປະຈຳ ໂດຍບໍ່ລໍຖ້າໃຫ້ຮອດເຫດການສຳຄັນແລ້ວຈຶ່ງມາລະດົມກັນເຮັດຈື່ໄດ້ດີວ່າ ເມື່ອປະເທດຊາດຫາກໍ່ໄດ້ຮັບການປົດປ່ອຍໃໝ່ວຽກງານນີ້ແມ່ນເປັນຂະບວນຟົດຟື້ນຫຼາຍ ປະເທດຊາດກໍ່ມີຄວາມສະອາດງາມຕາ ສັງຄົມມີຄວາມສະຫງົບດີ ເຊື່ອວ່າວຽກງານນີ້ບໍ່ເໜືອບ່າກວ່າແຮງຂອງປະຊາຊົນເຮົາດອກເນາະ ຫວັງວ່າວຽກງານນີ້ຄົງຈະມີການຟື້ນຕົວຄືນໃໝ່ ເປົ້າໝາຍສ້າງປະເທດຊາດມີຄວາມສະອາດງາມຕາ ສັງຄົມມີຄວາມສະຫງົບປອດໄພ ໃນເມື່ອນັ້ນຈະສາມາດດຶງດູດເອົານັກທ່ອງທ່ຽວເຂົ້າມາທ່ຽວຊົມປະເທດລາວໃນອານາຄົດນັບມື້ຫຼາຍຂຶ້ນ.