ຍັງພົບມີການບຸກລຸກເຂດປ່າສະຫງວນຫລາຍແຫ່ງ

ກະຊວງກະສິກຳ ແລະ ປ່າໄມ້ ໃຫ້ຮູ້ວ່າ: ໃນປີຜ່ານມາ, ຍັງພົບເຫັນມີການບຸກລຸກເຂດປ່າສະຫງວນຫລາຍແຫ່ງ ເພື່ອລັກລອບຕັດໄມ້ ແລະ ລ່າສັດປ່າຫວງຫ້າມ, ເຊິ່ງເຈົ້າໜ້າທີ່ໄດ້ຈັບຕົວຜູ້ກະທຳຜິດມາສຶກສາອົບຮົມ ແລະ ດຳເນີນຄະດີຕາມລະບຽບກົດໝາຍໄດ້ຫລາຍກ່ວາ 100 ຄົນ, ຢຶດຈັກສະຕິນ ແລະ ອາວຸດລ່າສັດອື່ນໆເປັນຈຳນວນຫລາຍຄື: ເຈົ້າໜ້າທີ່ກວດກາປ່າໄມ້ສາມາດກວດເຫັນ ແລະ ຍຶດໄມ້ຂອງຜູ້ກະທຳຜິດໄດ້ 500 ກ່ວາໂຕ, ລວມບໍລິມາດຫລາຍກວ່າ 23 ແມັດກ້ອນ, ສ່ວນໃຫຍ່ແມ່ນປະເພດໄມ້ຫວງຫ້າມ ແລະ ຢຶດສັດນ້ຳ-ສັດປ່າປະເພດຫວງຫ້າມຈາກຜູ້ກະທຳຜິດໄດ້ 213 ໂຕ ລວມມີນ້ຳໜັກຫລາຍກວ່າ 120 ກິໂລຢູ່ບັນດາແຂວງຕ່າງໆ, ພິເສດແມ່ນສາມາດຢຶດໝີຈຳນວນ 2 ໂຕທີ່ຊາວບ້ານອຸດົມເມືອງຫ້ວຍຊາຍແຂວງບໍ່ແກ້ວລັກລອບລ້ຽງສັດປະເພດຫວງຫ້າມດັ່ງກ່າວ.
ໃນກອງປະຊຸມເປີດກ້ວາງສະໄໝສາມັນປະຈຳປີ 2017 ຂອງຄະນະພັກກະຊວງກະສິກຳ ແລະ ປ່າໄມ້, ທ່ານຫົວໜ້າກົມປ່າໄມ້ ໄດ້ລາຍງານກ່ຽວກັບທິດທາງໃນການປັບປຸງການຈັດຕັ້ງຂົງເຂດປ່າໄມ້ວ່າ: ລັດຖະບານໄດ້ກຳນົດຄາດໝາຍສູ້ຊົນຕ້ອງຍົກລະດັບການປົກຫຸ້ມຂອງປ່າໄມ້ໃຫ້ໄດ້ 70% ໃນປີ 2020, ສະນັ້ນ, ຈຶ່ງໄດ້ເລັ່ງຈັດຕັ້ງກອງຄຸ້ມຄອງປ່າສະຫງວນແຫ່ງຊາດໃນຈຳນວນທັງໝົດ 24 ແຫ່ງ ແລະ ກອງຄຸ້ມຄອງປ່າຜະລິດ 51 ແຫ່ງ. ສຳລັບປ່າປ້ອງກັນ ທີ່ລັດຖະບານໄດ້ເຫັນດີກຳນົດ 49 ເຂດ, ຊຶ່ງປັດຈຸບັນພວມຢູ່ໃນຂັ້ນຕອນກຳນົດເຂດ ແລະ ພຶ້ນທີ່ປ່າປ້ອງກັນດັ່ງກ່າວໂດຍຄາດວ່າ: ໃນປີ 2018 ນີ້, ກົມປ່າໄມ້ ແລະ ທ້ອງຖິ່ນ ຈະເລັ່ງປັບປຸງພາລະບົດບາດຂອງກອງຄຸ້ມຄອງປ່າສະຫງວນ ແລະ ກອງຄຸ້ມຄອງປ່າຜະລິດແຫ່ງຊາດໃຫ້ສຳເລັດ, ໂດຍການແບ່ງຄວາມຮັບຜິດຊອບລະຫວ່າງຂະແໜງປ່າໄມ້ແຂວງ ແລະ ກອງຄຸ້ມຄອງປ່າໄມ້ໃຫ້ລະອຽດຄື: ຂະແໜງປ່າໄມ້ແຂວງເປັນຜູ້ຄຸ້ມຄອງມະຫາພາກໃນລະດັບແຂວງ, ໂດຍເນັ້ນໃສ່ການຄຸ້ມຄອງທຸລະກິດໄມ້ລວມທັງການເຄື່ອນຍ້າຍໄມ້, ຜະລິດຕະພັນໄມ້, ເຄື່ອງປ່າຂອງດົງ ແລະ ສັດນ້ຳ-ສັດປ່າ, ຕະຫລອດຮອດການລົງທຶນປູກໄມ້ ແລະ ສວນປູກຂອງຜູ້ປະກອບການຕ່າງໆ, ສຳລັບກອງຄຸ້ມຄອງປ່າໄມ້ແມ່ນເຮັດໜ້າທີ່ໃນການຄຸ້ມຄອງປົກປັກຮັກສາປ່າໄມ້ ແລະ ທີ່ດິນໃນເຂດປ່າໄມ້ຂອງຕົນຮັບຜິດຊອບໂດຍກົງແນໃສ່ກະຕຸກຊຸກຍູ້ໃຫ້ປະຊາຊົນເຂົ້າຮ່ວມປົກປັກຮັກສາປ່າໄມ້ໃຫ້ມີປະສິດທິຜົນ, ຊຶ່ງເບື້ອງຕົ້ນຈະເລັ່ງສ້າງຕັ້ງກອງຄຸ້ມຄອງປ່າສະຫງວນໃຫ້ສຳເລັດ 11 ແຫ່ງຄື: ປ່າສະຫງວນແຫ່ງຊາດນ້ຳຫ້າ, ປ່າສະຫງວນແຫ່ງຊາດນ້ຳກ່ານ, ປ່າສະຫງວນແຫ່ງຊາດນ້ຳແອດ-ພູເລີຍ, ປ່າສະຫງວນແຫ່ງຊາດ ນ້ຳຊຳ, ປ່າສະຫງວນແຫ່ງຊາດພູສະບົດ-ປຸ່ງຈອງ, ປ່າສະຫງວນແຫ່ງຊາດນ້ຳກະດິງ, ປ່າສະຫງວນແຫ່ງຊາດນາກາຍ-ນ້ຳເທີນ, ປ່າສະຫງວນແຫ່ງຊາດຫີນໜາມຫນໍ່, ປ່າສະຫງວນແຫ່ງຊາດເຊຊັບ, ປ່າສະຫງວນແຫ່ງຊາດດົງຫົວສາວ ແລະ ປ່າສະຫງວນແຫ່ງຊາດເຊປຽນ, ສ່ວນປ່າສະຫງວນແຫ່ງຊາດທີ່ຍັງເຫລືອ 13 ເຂດແມ່ນຄາດວ່າຈະສ້າງຕັ້ງໃຫ້ສຳເລັດໃນໄລຍະປີ 2019-2020.

