ແຂວງເຊກອງເລັ່ງຄົ້ນຄວ້ານະໂຍບາຍໃຫ້ເງິນອັດສີດ 50 ລ້ານກີບ ພ້ອມຕົວເລກຮຽນ ປ.ຕີ ແກ່ຜູ້ສອບເສັງ ມ.7 ໄດ້ໃບປະກາດແດງ

ຂ່າວແຂວງເຊກອງ ລາຍງານ ວັນທີ 17 ກັນຍາ 2025 ນີ້ວ່າ: ຈາກກະແສຂ່າວທີ່ລົງໃນສື່ອອນລາຍ ກ່ຽວກັບການກໍານົດນະໂຍບາຍ ຫລື ເງິນອັດສີດ ຂອງທ່ານ ບຸນຫລາຍ ບຸດທິ ເຈົ້າແຂວງເຊກອງ ໃຫ້ນັກຮຽນເກັ່ງທີ່ຮຽນຈົບຊັ້ນ ມ.7 ແລະ ໄດ້ໃບປະກາດແດງ ໃນສົກ 2025-2026 ຊຶ່ງທາງແຂວງຈະໄດ້ມອບເງິນສະໜັບສະໜູນ ຫລື ເງິນອັດສີດໃຫ້ຈໍານວນ 50 ລ້ານກີບ, ໃຫ້ຕົວເລກໄປຮຽນໃນລະດັບປະລິນຍາຕີ ແລະ ພາຍຫລັງຮຽນຈົບມາ ກໍຈະໄດ້ຮັບການບັນຈຸເຂົ້າເປັນລັດຖະກອນ (ເປັນພະນັກງານລັດ) ຕາມຊັ້ນສາຍວິຊາທີ່ຮຽນມາ ເຊິ່ງກໍໄດ້ເກີດເປັນບັນຫາ ແລະ ສັງຄົມກໍໄດ້ຕັ້ງຄໍາຖາມຜ່ານສັງຄົມສື່ອອນລາຍຕ່າງໆນາໆວ່າ ທາງແຂວງຈະເຮັດໄດ້ແທ້ບໍ່? ຮຽນຈົບມາຮັບເຂົ້າເປັນລັດຖະກອນແທ້ບໍ່?.

ຕໍ່ກັບບັນຫາທີ່ເກີດຂຶ້ນ, ທ່ານເຈົ້າແຂວງເຊກອງ ໄດ້ມີຄໍາເຫັນຊີ້ແຈ້ງຜ່ານສື່ມວນຊົນຂອງແຂວງ ເພື່ອໃຫ້ມີຄວາມກະຈ່າງແຈ້ງຕໍ່ສັງຄົມວ່າ: ໃນວັນທີ 2 ກັນຍາ 2025 ທີ່ຜ່ານມາ, ທ່ານເຈົ້າແຂວງເຊກອງ ໄດ້ເຂົ້າຮ່ວມພິທີໄຂສົກຮຽນໃໝ່ ແລະ ກໍໄດ້ມີຄໍາເຫັນໂອ້ລົມຄະນະພັດທະນາການສຶກສາ, ຜູ້ບໍລິຫານການສຶກສາ, ພະນັກງານ-ຄູອາຈານ ແລະ ນັກຮຽນ-ນັກສຶກສາທີ່ເຂົ້າຮ່ວມໃນພິທີ, ເພື່ອນໍາໄປຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍແນໃສ່ພັດທະນາຂະແໜງການສຶກສາ ແລະ ກິລາໃຫ້ດີຂຶ້ນ. ໃນນີ້, ກໍໄດ້ມີຄໍາເຫັນກ່ຽວກັບການກໍານົດນະໂຍບາຍ (ເງິນອັດສີດ) ໃຫ້ຜູ້ທີ່ຮຽນດີຮຽນເກັ່ງ ໂດຍສະເພາະແມ່ນນັກຮຽນທີ່ຮຽນຈົບຊັ້ນ ມໍ7 ແລະ ໄດ້ໃບປະກາດແດງ ຊຶ່ງທາງແຂວງຈະມີນະໂຍບາຍມອບເງິນໃຫ້ຈໍານວນ 50 ລ້ານກີບ, ໃຫ້ຕົວເລກໄປຮຽນວິຊາຊີບໃນລະດັບປະລິນຍາຕີ ແລະ ພາຍຫລັງທີ່ຮຽນຈົບມາ ຖ້າມີຕົວເລກລັດຖະກອນ ກໍຈະໃຫ້ບູລິມະສິດຮັບເຂົ້າເປັນລັດຖະກອນ ໂດຍບໍ່ມີການສອບເສັງ (ບໍ່ແມ່ນຮຽນຈົບມາແລ້ວຈະໄດ້ເປັນລັດຖະກອນເລີຍ). ຊຶ່ງການກໍານົດນະໂຍບາຍນີ້, ກໍເພື່ອເປັນການຊຸກຍູ້ສົ່ງເສີມການສຶກສາ, ຊຸກຍູ້ສົ່ງເສີມໃຫ້ເດັກໃນເກນອາຍຸໄດ້ເຂົ້າໂຮງຮຽນ ແລະ ຫັນມາສົນໃຈການຮຽນຫລາຍຂຶ້ນ; ສໍາຄັນ ແມ່ນເພື່ອແກ້ໄຂບັນຫາການປະລະການຮຽນຂອງນັກຮຽນໃຫ້ຫລຸດລົງ.

ປັດຈຸບັນ, ຄະນະພັກ-ຄະນະນໍາຂອງແຂວງ ກໍໄດ້ມີການປະສານສົມທົບກັບຂະແໜງການກ່ຽວຂ້ອງ ເພື່ອແຕ່ງຕັ້ງຄະນະຊີ້ນໍາລວມ, ຄະນະກໍາມະການ ແລະ ກອງເລຂາຊ່ວຍວຽກຄົ້ນຄວ້າກໍານົດພາລະບົດບາດ, ສິດ ແລະ ໜ້າທີ່ ເພື່ອພ້ອມກັນປະຕິບັດນະໂຍບາຍດັ່ງກ່າວ, ໃຫ້ເປັນຮູບປະທໍາຕົວຈິງ ແລະ ເຊື່ອແນວ່າ ຈະເປັນນະໂຍບາຍໜຶ່ງທີ່ກະຕຸກຊຸກຍູ້ເຮັດໃຫ້ວຽກງານການສຶກສາພາຍໃນແຂວງພວກເຮົາ ໄດ້ຮັບການພັດທະນາຫັນໄປສູ່ຄຸນນະພາບໃໝ່ດີຂຶ້ນກວ່າເກົ່າ.

ທີ່ມາ: ຂ່າວເຊກອງ