ເກີດດຣາມ່າ! ຫລັງຈາກພະນັກງານຖືກໄລ່ອອກກາງງານ ເພາະໃສ່ເສື້ອທີມແມນຢູໄປເຮັດວຽກ

ແມນເຊສເຕີ, ອັງກິດ – 17 ກັນຍາ 2025: ເປັນສິ່ງໂຕ້ແຍ້ງກັນໃນໂລກອອນລາຍ, ຫລັງຈົບການແຂ່ງຂັນບານເຕະ ລະຫວ່າງສະໂມສອນ ແມນເຊສເຕີ ຊິຕີ້ (Man City) ກັບ ແມນເຊສເຕີ ຢູໄນເຕັດ (Man U) ໃນວັນອາທິດ ທີ 14 ກັນຍາທີ່ຜ່ານມາ. ຫລັງຈາກສະໂມສອນ ແມນເຊສເຕີ ຊີຕີ້ ໄດ້ປະກາດປົດພະນັກງານຂາຍເຄື່ອງດື່ມອອກຈາກໜ້າທີ່ທັນທີ ຫລັງຈາກທີ່ພະນັກງານຄົນດັ່ງກ່າວຖືກຖ່າຍພາບວ່າໃສ່ເສື້ອຂອງ ແມນເຊສເຕີ ຢູໄນເຕັດ ຂະນະທີ່ກຳລັງປະຕິບັດໜ້າທີ່ຢູ່ໃນສະໜາມ ເອຕິຮັດ ສະເຕດຽມ ໃນລະຫວ່າງການແຂ່ງຂັນເດິບີ້ເມື່ອວັນອາທິດທີ່ຜ່ານມາ.

ພາບດັ່ງກ່າວໄດ້ຖືກເຜີຍແຜ່ໃນແອັບ X (ເມື່ອກ່ອນແມ່ນ Twitter) ໂດຍບັນຊີຊື່ @Mataniels ເຊິ່ງສະແດງໃຫ້ເຫັນພະນັກງານຄົນນັ້ນ ກຳລັງຍື່ນເບຍໃຫ້ແກ່ແຟນບານຊິຕີ້ ໂດຍໃສ່ເສື້ອສີດຳທີ່ມີໂລໂກ້ຂອງທີມ ແມນຢູ ຢ່າງຊັດເຈນ ພ້ອມຄຳບັນຍາຍວ່າ: “ເປັນເລື່ອງຕະຫລົກທີ່ສຸດ @ManCity – ປ່ອຍໃຫ້ພະນັກງານບາຄົນໜຶ່ງໃນບລັອກ 315 ໃສ່ເສື້ອຢູໄນເຕັດໃນມື້ແຂ່ງເດິບີ້ #mcfc”.

ຫລັງຈາກໄດ້ຮັບຊາບເລື່ອງ, ສະໂມສອນໄດ້ຕິດຕໍ່ກັບຜ່ານບັນຊີຂອງຝ່າຍສະໜັບສະໜູນແຟນຄລັບວ່າ: “ຂໍຂອບໃຈທີ່ແຈ້ງໃຫ້ພວກເຮົາຊາບເລື່ອງນີ້, ພວກເຮົາສາມາດຢືນຢັນໄດ້ວ່າບຸກຄົນດັ່ງກ່າວໄດ້ຖືກປົດອອກຈາກຕຳແໜ່ງແລ້ວ”.

ເຊິ່ງເກມນັດດັ່ງກ່າວ, ແມນເຊສເຕີ ຊີຕີ້ ເອົາຊະນະ ແມນເຊສເຕີ ຢູໄນເຕັດ ໄປ 3-0 ໂດຍມີປະຕູຈາກ ຟິລ ໂຟເດນ 1 ລູກ ແລະ ອີກ 2 ລູກຈາກ ເອີລິງ ຮາລັນ.