TikTok ໄດ້ໄປຕໍ່ໃນອາເມລິກາ ຫລັງຈາກບັນລຸຂໍ້ຕົກລົງກັບຈີນສໍາເລັດ

ສໍານັກຂ່າວ BBC ລາຍງານວັນທີ 16 ກັນຍາ 2025 ສະຫະລັດອາເມຣິກາ ແລະ ຈີນ ໄດ້ບັນລຸຂໍ້ຕົກລົງສຳຄັນກ່ຽວກັບສະຖານະຂອງ TikTok ໃນສະຫະລັດ ຫລັງຈາກການເຈລະຈາລະດັບສູງທີ່ຈັດຂຶ້ນໃນປະເທດສະເປນ. ຂໍ້ຕົກລົງນີ້ສົ່ງຜົນໃຫ້ແອັບພລິເຄຊັນວິດີໂອສັ້ນຍອດນິຍົມສາມາດສືບຕໍ່ດຳເນີນທຸລະກິດໃນອາເມຣິກາໄດ້ ພາຍໃຕ້ເງື່ອນໄຂທີ່ກ່ຽວຂ້ອງກັບຄວາມໝັ້ນຄົງແຫ່ງຊາດຂອງສະຫະລັດ.

ທ່ານ Scott Bessent ລັດຖະມົນຕີກະຊວງການເງິນຂອງສະຫະລັດ ເປີດເຜີຍວ່າ ປັດຈຸບັນມີຂໍ້ຕົກລົງທີ່ທັງສອງຝ່າຍຍອມຮັບຮ່ວມກັນແລ້ວ ແລະ ຈະມີການຫາລືລະຫວ່າງປະທານາທິບໍດີ ໂດນັລ ທຣໍາ ແລະ ປະທານາທິບໍດີ ສີ ຈິ້ນຜິງ ໃນວັນທີ 19 ກັນຍາ ເພື່ອສະຫລຸບລາຍລະອຽດ ແລະ ປະກາດຢ່າງເປັນທາງການ.

ກ່ອນໜ້ານີ້ TikTok ເຄີຍຖືກສັ່ງໃຫ້ລະງັບການໃຫ້ບໍລິການຊົ່ວຄາວໃນສະຫະລັດຕັ້ງແຕ່ເດືອນມັງກອນທີ່ຜ່ານມາ ຫລັງຈາກລັດຖະບານມີຄວາມກັງວົນກ່ຽວກັບຂໍ້ມູນຜູ້ໃຊ້ ແລະ ຄວາມໝັ້ນຄົງ. ຂະນະດຽວກັນ, ກົດໝາຍໃໝ່ກໍານົດໃຫ້ແອັບພລິເຄຊັນທີ່ມີເຈົ້າຂອງຈາກຕ່າງປະເທດຈະຕ້ອງຢູ່ພາຍໃຕ້ການຄວບຄຸມຢ່າງເຂັ້ມງວດ. ເຖິງຢ່າງໃດກໍຕາມ ການເຈລະຈາໃນຄັ້ງນີ້ຖືເປັນບາດກ້າວສຳຄັນທີ່ຊ່ວຍຫລີກເວັ້ນການຖືກແບນຢ່າງຖາວອນ.

ຂໍ້ຕົກລົງນີ້ ອາດຈະສ້າງຄວາມເຊື່ອໝັ້ນໃຫ້ຜູ້ຊົມໃຊ້ ແລະ ນັກລົງທຶນຂອງ TikTok ໃນສະຫະລັດອາເມລິກາອີກຄັ້ງໜຶ່ງ.