ອຸປະຕິເຫດລົດໃຫຍ່ຕຳທ້າຍໂດຍສານ ບາດເຈັບ 18 ຄົນ
ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສ ປປ ລາວ ລາຍງານວ່າ: ເວລາ 04:08 ນາທີ ວັນທີ 16 ກັນຍາ 2025 ເກີດເຫດລົດໃຫຍ່ຕຳທ້າຍລົດໂດຍສານ ແລ້ວໄປຕຳເຂົ້າເຮືອນປະຊາຊົນ ແລະ ລົດທີ່ຈອດໄວ້ໜ້າເຮືອນ ຢູ່ເຂດຕະຫຼາດດົງໝາກຄາຍ ເມືອງໄຊທານີ ນະຄອນຫຼວງວຽງຈັນ ພົບຜູ້ບາດເຈັບ 18 ຄົນ ຍິງ 17 ຄົນ.
ປັດຈຸບັນຜູ້ໄດ້ຮັບບາດເຈັບ ຖືກນຳສົ່ງໂຮງໝໍແລ້ວ.

