ອາເມລິກາ-ຈີນ ບັນລຸຂໍ້ຕົກລົງກັບ TikTok ອະນຸຍາດໃຫ້ດໍາເນີນກິດຈະການໃນອາເມລິກາຕໍ່ໄດ້
ເຈົ້າໜ້າທີ່ຝ່າຍບໍລິຫານລັດຖະບານ ໂດນັລ ທຣໍາ ເປີດເຜີຍວ່າ: ອາເມລິກາ ແລະ ຈີນ ໄດ້ບັນລຸຂໍ້ຕົກລົງລະຫວ່າງກັນ ໂດຍອະນຸຍາດໃຫ້ TikTok ສາມາດດໍາເນີນກິດຈະການໃນອາເມລິກາຕໍ່ໄດ້ ຖືເປັນຜົນໄດ້ຮັບທີ່ສໍາຄັນຂອງການເຈລະຈາລະຫວ່າງຜູ້ແທນລະດັບສູງຂອງທັງສອງປະເທດ ທີ່ປະຊຸມກັນໃນອາທິດນີ້ຢູ່ແອັສປາຍ ເພື່ອຫາລືເລື່ອງການຄ້າ ແລະ ບັນຫາອື່ນໆ ເຊິ່ງລວມທັງບັນຫາຂອງ TikTok.
ທ່ານ ສກ໊ອດ ເບສເຊນ ລັດຖະມົນຕີການເງິນອາເມລິກາ ຢືນຢັນວ່າ: ອາເມລິກາ ແລະ ຈີນ ໄດ້ບັນລຸຂໍ້ຕົກລົງແລ້ວ ໂດຍທ່ານ ທຣໍາ ກຽມຫາລືກັບທ່ານ ສີຈິ້ນຜິງ ປະທານປະເທດຈີນ ໃນວັນທີ 19 ກັນຍາ ກ່ອນຈະສະຫລຸບຂໍ້ຕົກລົງ ແລະ ເປີດເຜີຍລາຍລະອຽດຢ່າງເປັນທາງການ.
ທ່ານ ເບສເຊນ ລະບຸວ່າ: ປະທານາທິບໍດີ ທຣໍາ ມີບົດບາດສໍາຄັນ ແລະ ຢູ່ເບື້ອງຫລັງຜົນສໍາເລັດຂອງການເຈລະຈາຄັ້ງນີ້ ທັງກ່າວວ່າ: ອາເມລິກາເນັ້ນເລື່ອງ TikTok ຫລາຍ ເພື່ອໃຫ້ໄດ້ຂໍ້ຕົກລົງທີ່ເປັນທໍາຕໍ່ຈີນ ແລະ ຄໍານຶງເຖິງຄວາມໝັ້ນຄົງແຫ່ງຊາດຂອງອາເມລິກາຢ່າງເຕັມສ່ວນ. ພ້ອມເນັ້ນວ່າ: ອາເມລິກາຕ້ອງການໃຫ້ຈີນມີສິດລົງທຶນຢ່າງເປັນທໍາໃນອາເມລິກາ, ແຕ່ຄວາມໝັ້ນຄົງຂອງປະເທດອາເມລິກາຕ້ອງມາກ່ອນສະເໝີ.
ຜ່ານມາ, ທ່ານ ທຣໍາ ໃນລັດຖະບານສະໄໝທໍາອິດເຄີຍເລື່ອນກໍານົດສົ່ງຂໍ້ສະເໜີໃຫ້ຈີນຂາຍທຸລະກິດ TikTok ໃນອາເມລິກາຫລາຍເທື່ອ ໂດຍສະພາຄອງເກຣດຜ່ານຮ່າງກົດໝາຍ ແລະ ອະດີດປະທານາທິບໍດີ ໂຈ ໄບເດນ ໄດ້ລົງນາມ ຫ້າມ TikTok ດໍາເນີນກິດຈະການໃນອາເມລິກາ ຍົກເວັ້ນແຕ່ເຈົ້າຂອງຈາກຈີນຈະຂາຍທຸລະກິດໃນອາເມລິກາອອກໄປ.
TikTok ຢຸດໃຫ້ບໍລິການຊົ່ວຄາວໃນອາເມລິກາ ວັນທີ 18 ມັງກອນ 2025 ກ່ອນກົດໝາຍຄວບຄຸມແອັບພລິເຄຊັນທີ່ມີເຈົ້າຂອງຈາກຕ່າງປະເທດມີຜົນບັງຄັບໃຊ້ໃນວັນທີ 19 ມັງກອນ ເຊິ່ງເປັນພຽງ 1 ວັນກ່ອນທ່ານ ທຣໍາ ຈະກັບມາດໍາລົງຕໍາແໜ່ງປະທານາທິບໍດີອາເມລິກາສະໄໝທີ 2 ຢ່າງເປັນທາງການ.
ອ້າງອີງ:

