ຕຳຫລວດຫວຽດນາມຢຶດ ເຮໂຣອິນຊຸກເຊື່ອງໄວ້ໃນຖົງຊາ

ສື່​ທາງ​ການ​ຫວຽດນາມ​ລາຍ​ງານ​ວ່າ: ຕຳຫລວດ​ຫວຽດນາມ​ຢຶດ​ເຮ​ໂຣອິນ​ມູນ​ຄ່າ 3 ລ້ານ​ໂດ​ລາ​ສະຫະລັດ ທີ່​ຊຸກ​ເຊື່ອງ​ໄວ້​ໃນ​ຖົງ​ຊາ ​ແລະ ລັກລອບ​ນຳ​ເຂົ້າມາ​ຈາກ​ລາວ. ຖື​ເປັນ​ການ​ຢຶດ​ເຮ​ໂຣອິນ​ໄດ້​ຄັ້ງ​ໃຫຍ່​ທີ່​ສຸດ​ໃນ​ຫວຽດນາມ.

ຫວຽດນາມ​ເປັນ​ເສັ້ນທາງ​ຜ່ານ​ສຳຄັນ​ບໍລິ​ເວນ​ສາມຫລ່ຽມ​ຄຳ​ໃນ​ການ​ຂົນ​ສົ່ງ​ຢາ​ເສບ​ຕິດ ​ເຊິ່ງ​ເປັນ​ພື້ນທີ່​ເຊື່ອມ​ຕໍ່​ຜ່ານ​ລາວ, ​ໄທ ​ແລະ ມຽນມາ, ພື້ນທີ່​ດັ່ງກ່າວ​ເປັນ​ແຫ​ລ່ງຜະລິດ​ຢາ​ເສບ​ຕິດ​ຂະໜາດ​ໃຫຍ່​ອັນ​ດັບ​ສອງ​ຂອງ​ໂລກ ທັງ​ຢາ​ບ້າ, ຝິ່ນ ​ແລະ ​ເຮ​ໂຣອິນ. ຕຳຫລວດ​ແຂວງ​ດຽນບຽນ​ຈັບ​ກຸມ​ຜູ້ຊາຍ​ອາຍຸ 44 ປີ ​ແລະ ຜູ້ຍິງ​ອາຍຸ 30 ປີ ຂະນະ​ຂົນ​ສົ່ງ​ເຮ​ໂຣອິນ ນ້ຳໜັກ 170 ກິ​ໂລ ທີ່​ມັດ​ໃສ່​ກົ້ນລົດຈັກ. ໜັງສືພິມ​ຄອງ​ອັນ​ຫງຽນ​ເຊິ​ນ ສື່​ທາງ​ການ​ລາຍ​ງານ​ວ່າ: ​ເຮ​ໂຣອິນ​ຖືກ​ຊຸກ​ເຊື່ອງ​ໄວ້​ໃນ​ຖົງ​ຊາ​ທີ່​ຕິດ​ກາ​ວ່າ​ເປັນ​ຍີ່​ຫໍ້​ຈາກ​ໄທ ​ແລະ ລັກລອບ​ຂົນ​ສົ່ງ​ມາ​ຈາກ​ລາວ. ຕຳຫລວດ​ຄາດ​ວ່າ​ເຮ​ໂຣອິນ​ຈະ​ຖືກ​ນຳ​ສົ່ງ​ຜ່ານ​ຫວຽດນາມ​ໄປ​ປະ​ເທດ​ທີ​ສາມ. ຫວຽດນາມ​ມີ​ຊາຍ​ແດນ​ຕິດ​ກັບ​ຈີນ ​ເຊິ່ງ​ເປັນ​ຕະຫລາດ​ຢາ​ເສບ​ຕິດ​ລາຍ​ໃຫຍ່​ໃນ​ອາຊີ, ​ແຕ່​ຍັງ​ມີ​ເຂດ​ແດນຮ່ວມ​ກັບ​ອິນ​ໂດ​ເນ​ເຊຍ, ຟີ​ລິບ​ປິນ ​ແລະ ອົດ​ສະຕຣາລີ ທີ່​ເປັນ​ຕະຫລາດ​ຄ້າ​ຢາ​ເສບ​ຕິດ​ລາຍ​ໃຫຍ່​ເຊັ່ນ​ກັນ.