‘ຕາມໃຈເມຍ’

ຜົວ: ເມຍໆ… ສົມມຸດວ່າຂ້ອຍມີຜູ້ສາວ ແລ້ວຂ້ອຍພາມາຢູ່ເຮືອນນໍາກັນເລີຍ ຊິໄດ້ບໍ່?

ເມຍ: ໂອ… ໄດ້ໆຜົວ ບໍ່ເປັນຫຍັງເອົາມາເລີຍ.

ຜົວ: ປະໂທ! ດີໃຈເດ… ເມຍຂ້ອຍທັງງາມ ແລະ ທັງໃຈດີນໍາອີກ.

ເມຍ: ແຕ່ຖ້າເຈົ້າຊິເອົາມາຢູ່ນໍາແທ້ໆ ຕ້ອງໄດ້ແຍກບ່ອນນອນກັນໃດ໋!

ຜົວ: ໂດຍໆ ຕາມໃຈເມຍ ມອບໃຫ້ເມຍເປັນຄົນຈັດແຈງເລີຍ ເມຍວ່າແນວໃດຜົວກໍວ່າຕາມນັ້ນລະ…

ເມຍ: ເຈົ້າເປັນຫົວໜ້າຄອບຄົວຫັ້ນໄປນອນໃນໂລງ, ຂ້ອຍນອນໃນຄຸກ ສ່ວນຜູ້ນັ້ນນອນຕິດຕຽງ ເອົາຕາມນີ້ເນາະ.

.

ເລື່ອງສັ້ນໂດຍ ສາວພູດອຍ

ຄັດຈາກວາລະສານນະຄອນຫລວງ