ກວດກາຄວາມພ້ອມ ຢູ່ພາກສະໜາມ ກະກຽມຫັດແອບເຝິກຊ້ອມຮ່ວມ ລາວ-ຣັດເຊຍ ພາຍໃຕ້ລະຫັດ “ລາໂຣດສ 2025”
ວັນທີ 10 ກັນຍາ 2025 ພົນຈັດຕະວາ ກົງທອງ ສຸຂະວົງ ຮອງຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ ພ້ອມຄະນະ ແລະ ພັນເອກ ໂຣມັນ ໂກວາເລັນໂກ ທີ່ປຶກສາທູດຝ່າຍທະຫານ ແຫ່ງ ສ. ຣັດເຊຍ ປະຈໍາ ສປປ ລາວ ໄດ້ເຄື່ອນໄຫວກວດກາຄວາມພ້ອມ ຢູ່ພາກສະໜາມ ເພື່ອກະ ກຽມຫັດແອບເຝິກຊ້ອມຮ່ວມ ລາວ-ຣັດເຊຍ ພາຍໃຕ້ລະຫັດ “ລາໂຣດສ 2025” ທີ່ຈະໄດ້ຈັດຂຶ້ນ ຢູ່ສະໜາມຫັດແອບ ວິທະຍາຄານ ນາຍທະຫານບົກ ກົມມະດຳ.
ໂອກາດດັ່ງກ່າວ, ຄະນະໄດ້ກວດກາເຕັກນິກພາຫະນະອາວຸດ-ຍຸດໂທປະກອນ ແລະ ທົດສອບຍິງລູກປືນແທ້, ຈາກນັ້ນໄດ້ກວດກາເບິ່ງພື້ນທີ່ຕົວຈິງ ສະຖານທີ່ເຮືອນນອນ, ເຮືອນຄົວລວມ, ຫ້ອງນໍ້າ, ຜາມໄຊເປີດພິທີຫັດແອບ, ເຂດເຕັກນິກ, ຫ້ອງປະຊຸມ ແລະ ສູນບັນຊາ.
ພົນຈັດຕະວາ ກົງທອງ ສຸຂະວົງ ໄດ້ເນັ້ນໜັກໃຫ້ຄະນະຊີ້ນຳ ແລະ ອະນຸກຳມະການເນື້ອໃນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ຈົ່ງສືບຕໍ່ເອົາໃຈໃສ່ປະສານສົມທົບກັນແໜ້ນທາງດ້ານເນື້ອໃນຫົວບົດໃນການຫັດແອບ ພ້ອມກັນແກ້ໄຂບໍ່ວ່າ ຈະເປັນຂອດປະສານງານໃນການພົວພັນຮ່ວມມື, ດ້ານພາຫະເຕັກນິກ, ຈຳນວນພົນ ແຕ່ລະເຫຼົ່າຮົບ ຕ້ອງເປັນເຈົ້າການຈັດຕັ້ງປະຕິບັດບັນດາໜ້າວຽກຂອງຕົນໃຫ້ສຳເລັດ, ບັນລຸຕາມຄາດໝາຍ ແລະ ຮັບປະກັນໃຫ້ມີຄວາມປອດໄພ 100%.
ທີ່ມາ: Lao people’s Army News

