ຈັບຕົວຊາຍໜຸ່ມຊອກເລາະງັດແງະເຮືອນປະຊາຊົນ ກໍ່ເຫດມາແລ້ວຫລາຍຄັ້ງ
ປ້ອງກັນຄວາມສະຫງົບນະຄອນຫລວງວຽງຈັນ ລາຍງານວັນທີ 10 ກັນຍາ 2025 ວ່າ: ເຈົ້າໜ້າທີ່ສະເພາະກິດ ປກສ ເມືອງໄຊເສດຖາ ກັກຕົວຜູ້ຖືກຫາ ຊື່ທ້າວສຸສະດາ ອາຍຸ 36 ປີ ກໍາມະກອນ ບ້ານໜອງປາໄນ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ກໍ່ເຫດງັດແງະເຮືອນພັກ ແລ້ວລັກເອົາຊັບສິນມີຄ່າ ຢູ່ເຂດບ້ານໜອງບອນ ເມືອງໄຊເສດຖາ.
ຜ່ານການສືບສວນສອບສວນ ຂອງເຈົ້າໜ້າທີ່ ຜູ້ກ່ຽວໄດ້ຮັບສາລະພາບວ່າ: ຕົນໄດ້ເຄື່ອນໄຫວລັກຊັບມາແລ້ວ 3 ຄັ້ງ:
– ຄັ້ງທີ1: ວັນທີ 22 ກໍລະກົດ 2025 ປີ້ນເຂົ້າເຮືອນປະຊາຊົນ ຢູ່ເຂດບ້ານຈອມມະນີ ເມືອງໄຊເສດຖາ ລັກເອົາໂອຂັນ ສີທອງແດງ, ສີເງິນ ເອົາໄປຂາຍໄດ້ 700,000 ກີບ.
– ຄັ້ງທີ 2: ວັນທີ 27 ກໍລະກົດ 2025 ໄດ້ ລັກເອົາ ໂອຂັນ ສີທອງແດງ 2 ໜ່ວຍ ຢູ່ເຮືອນປະຊາຊົນ ເຂດບ້ານໂພນທັນ ເມືອງໄຊເສດຖາ ແລ້ວເອົາໄປຂາຍໄດ້ເງິນ 800,000 ກີບ. ເຊິ່ງເງິນທີ່ໄດ້ມາແມ່ນເອົາໄປຫລິ້ນເກມ ແລະ ໃຊ້ຈ່າຍຈົນໝົດ.
– ຄັ້ງທີ 3: ວັນທີ 3 ສິງຫາ 2025 ປີນຂຶ້ນລັກເຄື່ອງໃນອາພາດເມັ້ນ ຢູ່ບ້ານໂພນໄຊ ເມືອງໄຊເສດຖາ ລັກເອົາກະເປົາສາມໜ່ວຍ ທີ່ວາງໄວ້ໜ້າໂຕະ ແລະ ເຄື່ອງອາງຈໍານວນ, ຈາກນັ້ນ ໄດ້ເຂົ້າໄປລັກເອົາຂອງທີ່ມີຄ່າຢູ່ຫ້ອງຂ້າງ. ຫລັງຈາກນັ້ນ, ໄດ້ຈ້າງລົດຈໍາໂບ້ກັບຫ້ອງພັກ.
ວັນທີ 4 ສິງຫາ 2025 ຖືກເຈົ້າໜ້າທີ່ ແລະ ອົງການປົກຄອງບ້ານໂພນຕ້ອງສະຫວາດເຂົ້າກັກຕົວ ພ້ອມຂອງກາງ ໂທລະສັບ 1 ໜ່ວຍ, ຄອມພິວເຕີໂນດບຸກ 1 ໜ່ວຍ, ກະເປົາເງິນ 1 ໜ່ວຍ, ນໍ້າຫອມ 1 ແກ້ວ ແລະ ເອກະສານອື່ນໆອີກຈໍານວນໜຶ່ງມາດໍາເນີນຄະດີ.
ປັດຈຸບັນ, ເຈົ້າໜ້າທີ່ ປກສ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ພວມເລັ່ງສືບສວນສອບສວນ ເພື່ອຂະຫຍາຍຜົນຫາພັກພວກກຸ່ມແກ້ງທີ່ຮ່ວມຂະບວນການລັກຊັບພົນລະເມືອງ ມາດໍາເນີນຄະດີຕາມກົດໝາຍ. ພ້ອມທັງເກັບກູ້ເຄື່ອງຂອງການທີ່ຖືກລັກໄປ ມາມອບຄືນໃຫ້ຜູ້ເປັນເຈົ້າຂອງ.

