ປີນີ້ລັດຕັ້ງເປົ້າລາຍຮັບຈາກພາສີ 7.200 ຕື້ກີບ, ຂະນະທີ່ປີ 2017 ຍັງບໍ່ບັນລຸແຜນ

ນັບວ່າມີຄວາມທ້າທາຍສົມຄວນຂອງຂະແໜງການພາສີທີ່ຈະຈັດຕັ້ງປະຕິບັດ ການຈັດເກັບລາຍຮັບໃນປີ 2018 ນີ້ໃຫ້ບັນລຸຕາມຕົວເລກ 7.200 ຕື້ກີບ, ສະເພາະໃນປີ 2017 ຜ່ານມາໄດ້ພຽງແຕ່ 6.240 ຕື້ກີບຈາກເປົ້າ 6.650 ຕື້ກີບ,ຂາດໄປ 410 ຕື້ກີບ, ແຕ່ຖ້າຢາກໃຫ້ບັນລຸເປົ້າ 2018 ເຈົ້າໜ້າທີ່ພາສີຕ້ອງເຮັດວຽກໜັກທົບເທົ່າເພື່ອຕິດຕາມຂະບວນການຫລີກລ້ຽງໜີພາສີ ແລະ ສ້າງຄວາມໂປ່ງໃສໃນຖັນແຖວພະນັກງານຕົນຕໍ່ການຈັດເກັບຕ່າງໆ.
ທ່ານ ບຸນປະເສີດ ສີກຸນລະບຸດ ຮັກສາການຫົວໜ້າກົມພາສີ ໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດແຜນລາຍຮັບກຳລັງຕົກຢູ່ໃນສະພາບທີ່ມີຄວາມທ້າທາຍຫລາຍດ້ານເຊັ່ນ: ຕົວເລກແຜນຈັດເກັບລາຍຮັບທີ່ສະພາຮັບຮອງຂ້ອນຂ້າງສູງ, ໃນຂະນະທີ່ລາວເຮົາກໍປະຕິບັດຫລຸດອັດຕາພາສີໃນຂອບອາຊຽນ, ຂອບສອງຝ່າຍ,ຂອບຮ່ວມມືຕ່າງໆ, ຂອບປະຕິບັດນະໂຍບາຍສົ່ງເສີມການລົງທຶນ ລວມທັງການຫລຸດລົງຂອງຈຳນວນການນຳເຂົ້າພາຫະນະ ແລະ ສິນຄ້າອື່ນໆ. ຈຶ່ງເຮັດໃຫ້ການຈັດເກັບລາຍຮັບຂອງຂະແໜງການພາສີປີ 2017 ໃນ 11 ເດືອນປະຕິບັດໄດ້ 5.695 ຕື້ກີບ ແລະ ຄາດຄະເນໝົດປີຈະໄດ້ພຽງແຕ່ 6.240 ຕື້ກີບ ຫລຸດຈາກຕົວເລກແຜນການວາງໄວ້. ສ່ວນປີ 2018 ມີການຕັ້ງເປົ້າໄວ້ທີ່ 7.200 ຕື້ກີບ ເພີ່ມຂື້ນ 13,33% ຈາກການເກັບໄດ້ຕົວຈິງປີ 2017.
ແນວໃດກໍຕາມ, ໃນປີນີ້ເຈົ້າໜ້າທີ່ພາສີຕ້ອງເຮັດວຽກຫລາຍຂື້ນທົບເທົ່າ ເນື່ອງຈາກວ່າລາຍຮັບຕົ້ນຕໍທີ່ໄດ້ແມ່ນມາຈາກການນຳເຂົ້ານ້ຳມັນເຊື້ອໄຟ ແລະພາຫະນະ, ເຊິ່ງປີ 2017 ບັນລຸ 4 ພັນກວ່າຕື້ກີບ ແລະ ມີທ່າລຸດລົງຫລາຍຍ້ອນນະໂຍບາຍການນຳເຂົ້າ ແລະ ອື່ນໆ, ສະນັ້ນຕ້ອງໄດ້ເອົາໃຈໃສ່ວຽກງານຕ້ານ ແລະ ສະກັດກັ້ນການລັກລອບໜີພາສີ, ເພາະເຫັນວ່າປີຜ່ານມາຄະດີທີ່ເກີດຂື້ນມີທັງໝົດ 5.044 ຄະດີ, ໃນນີ້ພາຫະນະມີ 4.067 ເລື່ອງ, ໄມ້ຈຳນວນ252 ເລື່ອງ ແລ ະຄະດີທົ່ວໄປ 725 ເລື່ອງ, ບັນຫານີ້ອາດຈະເກີດຂື້ນອີກຕ້ອງມີການຕິດຕາມເພື່ອຫັນເຂົ້າສູ່ລະບົບ ເພື່ອໃຫ້ລາຍຮັບຈາກພາສີເພີ້ມຂື້ນ.

