ແຂວງຄໍາມ່ວນ ສືບຕໍ່ລົງເຄື່ອນໄຫວຈັດສັນຄວາມເປັນລະບຽບຮຽບຮ້ອຍພາຍໃນຕົວເມືອງທ່າແຂກ
ວັນທີ 10 ກັນຍາ 2025 ນີ້ ທ່ານ ໄພວັນ ບູລົມ ຫົວໜ້າຫ້ອງວ່າການເມືອງທ່າແຂກ, ທ່ານ ພຸດທະສິນ ເດດທອງທິບ ຫົວໜ້າຄະນະກໍ່ສ້າງຮາກຖານການເມືອງເຂດຈອມທອງ ພ້ອມຄະນະກຳມະການສະເພາະກິດ 376 ແລະ ການຈັດຕັ້ງບ້ານໄດ້ລົງເຄື່ອນໄຫວຈັດສັນຄວາມເປັນລະບຽບຮຽບຮ້ອຍພາຍໃນຕົວເມືອງທ່າແຂກ ແຂວງຄໍາມ່ວນ.
ການລົງຈັດສັນຄວາມເປັນລະບຽບຮຽບຮ້ອຍໃນຄັ້ງນີ້ ເລີ່ມແຕ່ເສັ້ນທາງ ແຕ່ວົງວຽນຫລັກ 2 ຫາ ບ້ານໂພນພິມ, ແຕ່ວົງວຽນຫຼັກ 2 ຫາ 4 ແຍກຫຼັກ 4, ແຕ່ວົງວຽນຫຼັກ 2 ຫາ 4 ແຍກໄຟແດງທ່າດ່ານ, ແຕ່ 4 ແຍກໄຟແດງທ່າດ່ານ ຫາ ປາກຫ້ວຍສະຄາມ ແລະ ເສັ້ນທາງວົງວຽນຫຼັກ 2 ຫາ ຫໍມູນເຊື້ອ 21 ມີນາ, ລົງຈັດສັນບ້ານທ່າແຂກກາງ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ ເພື່ອເປັນບ້ານແບບຢ່າງຄວາມສະອາດ, ຄວາມສວຍງາມເຊິ່ງມີຂໍ້ກໍານົດ ແລະ ລະບຽບການຄື:
- ປະຊາຊົນທີ່ມີເຮືອນຢູ່ 2 ຟາກທາງ ທີ່ມີລົດໃຫຍ່, ລົດຈັກສາມາດຈອດໄດ້ ແຕ່ເວລາ 16:30 ໂມງແລງ ຫາ 7:30 ໂມງເຊົ້າຂອງມື້ຖັດມາ ຫລັງຈາກນັ້ນແມ່ນຕ້ອງໄດ້ເອົາລົດອອກຈາກທາງຍ່າງ (ບໍ່ໃຫ້ຈອດແຊ່ໄວ້)
- ຫ້າມຮ້ານຂາຍເຄື່ອງເອົາລໍ້ຍູ້, ກາງເຕັ້ນ, ກາງຜ້າກັ້ງແດດ, ວັດຖຸສິ່ງຂອງ ແລະ ອື່ນໆ ມາວາງຂາຍໃສ່ຂອບເຂດທາງຍ່າງເດັດຂາດ ບໍ່ວ່າຈະແມ່ນໄລຍະເວລາໃດກໍ່ຕາມ
- ຫ້າມປະຊາຊົນທີ່ມີເຮືອນ ຫລື ຜູ້ທີ່ກໍ່ສ້າງທີ່ຢູ່ອາໄສເຮັດກັນສາດອອກມາກວມທາງຍ່າງ
- ຫ້າມຮ້ານຄ້ານຳເອົາກ້ອນດິນຈີ່, ກ້ອນດິນບັອກ, ແຮ່-ຊາຍ, ໂຕະ-ຕັ່ງຫີນ, ຕີນຄັນຮົ່ມ ຫລື ວັດຖຸສິ່ງຂອງໃດໆ ມາວາງໃສ່ທາງຍ່າງເດັດຂາດ
- ຫ້າມເອົາຖົງ, ກະຖັງຂີ້ເຫຍື້ອ ມາວາງໄວ້ຕໍ່ໜ້າເຮືອນ ຫລື ໜ້າຮ້ານຄ້າເດັດຂາດ ຈົນກວ່າຈະຮອດມື້ກຳນົດລົດມາເອົາຈິ່ງເອົາອອກມາ
- ສຳລັບຮ້ານແປງລົດຫ້າມເດັດຂາດບໍ່ໃຫ້ແປງລົດໃສ່ທາງຍ່າງ, ບໍ່ໃຫ້ເອົາລົດຈັກມາຈອດໄວ້ເທິງທາງຍ່າງ, ສຳລັບເຮືອນ, ຮ້ານຄ້າ, ສຳນັກງານ, ຫ້ອງການ ແລະ ອື່ນໆ.
ສະເພາະບ້ານທ່າແຂກກາງ ກວມບ້ານນາໂບ ແຕ່ຂອບເຂດ ຫໍມູນເຊື້ອ 21 ມີນາ ລ້ຽວຊ້າຍໄປຫາຂົວຫ້ວຍສະຄາມ ລ້ຽວໃສ່ແຄມຂອງ ຫາ ໂຮງແຮມ ລີເວີເລຍ ລ້ຽວຂວາມາຫາ ຫໍມູນເຊື້ອ 21 ມີນາ ໃຫ້ປະຕິບັດດັ່ງນີ້: ຫ້າມບໍ່ໃຫ້ປະຊາຊົນ, ພໍ່ຄ້າ, ແມ່ຄ້າ ນຳເອົາວັດຖຸ, ສິ່ງຂອງ ແລະ ອື່ນໆ ມາວາງຂາຍຕາມທາງຍ່າງເດັດຂາດນັບແຕ່ເວລາ 6:00 ໂມງເຊົ້າ ຫາ 15:30 ໂມງແລງ. ແຕ່ເວລາ 16:00 ໂມງແລງ ເປັນຕົ້ນໄປແມ່ນສາມາດນຳເອົາສິນຄ້າ ແລະ ອື່ນໆ ມາວາງຈຳໜ່າຍໄດ້ແຕ່ຕ້ອງຮັກສາອະນາໄມໃຫ້ສະອາດຈົບງາມ, ສຳລັບສັດລ້ຽງແມ່ນສາມາດລ້ຽງໄດ້ ແຕ່ຕ້ອງມີຄອກສັດ ແລະ ບໍ່ໃຫ້ປ່ອຍຊະຊາຍ, ບໍ່ໃຫ້ສົ່ງກິ່ນເໜັນໃສ່ເຮືອນປະຊາຊົນອ້ອມຂ້າງ ຖ້າໃນກໍລະນີມີຂໍ້ຂັດແຍ່ງຕ້ອງໄດ້ຢຸດເຊົາ ຫລື ກໍລະນີບໍ່ມີຄອກຂັງສັດຕ້ອງໄດ້ເອົາອອກຈາກເທດສະບານ, ບັນດາພະແນກການ, ຫ້ອງການ, ລັດວິສາຫະກິດ ແລະ ພາກສ່ວນອື່ນໆ ຕ້ອງໄດ້ບົວລະບັດຮັກສາຄວາມສະອາດ, ຄວາມຈົບງາມ, ຕັດງ່າໄມ້, ຕັດຫຍ້າແຄມທາງ, ຕໍ່ໜ້າສຳນັກງານຂອງຕົນຢ່າງສະໝ່ຳສະເໝີ.
ມາດຕະການຕໍ່ຜູ້ລະເມີດຄື:
- ຄັ້ງທີ 1: ເຮັດບົດບັນທຶກກ່າວເຕືອນ ໄວ້ເປັນຫຼັກຖານ
- ຄັ້ງທີ 2: ສຶກສາອົບຮົມ ພ້ອມທັງປັບໃໝ 500,000 ກີບ
- ຄັ້ງທີ 3: ແມ່ນປັບໃໝ 1,000,000 ກີບ ຢຶດວັດຖຸ-ອຸປະກອນ, ພ້ອມທັງນຳເອົາບຸກຄົນມາສຶກສາອົບຮົມ.
ສຳລັບພາຫະນະຈະປະຕິບັດດັ່ງນີ້: ແມ່ນສຶກສາອົບຮົບກ່າວເຕືອນພ້ອມທັງເຮັດບົດບັນທຶກ, ຄັ້ງທີ 2: ແມ່ນມອບໃຫ້ເຈົ້າໜ້າທີ່ປະຕິບັດຕາມດຳລັດ 568/ລບ.
ທີ່ມາ: ໂຄສະນາຂ່າວສານ ເມືອງທ່າແຂກ

