ປະຊາຊົນເມືອງວຽງພູຄາໄດ້ເຂົ້າເຖິງການບໍລິການດ້ານສາທາລະນະສຸກຫລາຍຂຶ້ນ
ໂຮງໝໍເມືອງວຽງພູຄາແຂວງຫລວງນໍ້າທາເປັນອີກສະຖານທີ່ໜຶ່ງໃຫ້ບໍລິການທາງດ້ານສາທາລະນະສຸກແກ່ປະຊາຊົນພາຍໃນເມືອງ ແລະ ບັນດາເມືອງໃກ້ຄຽງ ແລະ ເຫັນວ່ານັບມື້ມີຜູ້ມາໃຊ້ບໍລິການເພີ່ມຂຶ້ນຈາກປີ 2005 ມີພຽງ 5.400 ຄົນ ແລະ ໃນປີ 2017 ມີເຖິງ 36.440 ຄົນເຂົ້າມາໃຊ້ບໍລິການ. ດັ່ງທ່ານ ຄໍາແສນ ແກ້ວດາລາສີ ອໍານວຍການໂຮງໝໍເມືອງດັ່ງກ່າວໃຫ້ຮູ້ວ່າ:ແຂວງຫລວງນໍ້າທາ ໄດ້ເປີດເຜີຍໃຫ້ຮູ້ເມື່ອບໍ່ດົນຜ່ານມານີ້ວ່າ: ໃນເມື່ອກ່ອນການພັດທະນາພື້ນຖານໂຄງລ່າງຍັງຈໍາກັດ, ປະຊາຊົນແມ່ນມີຄວາມຫຍຸ້ງຍາກຫລາຍໃນດ້ານການຄົມມະນາຄົມ, ບໍ່ສາມາດເຂົ້າເຖິງການບໍລິການສາທາລະນະສຸກໄດ້ເທົ່າທີ່ຄວນ. ແຕ່ພາຍຫລັງໄດ້ມີໂຄງການພັດທະນາເສັ້ນທາງ R3 ເຫັນວ່າຕົວເລກຜູ້ໃຊ້ບໍລິການມີເພີ່ມຂຶ້ນເປັນລໍາດັບ, ເຖິງວ່າໂຮງໝໍເມືອງວຽງພູຄາ ຕັ້ງຢູ່ຫ່າງໄກຊອກຫລີກມີຊາຍແດນຕິດກັບ 3 ເມືອງຄື: ເມືອງນາແລ, ເມືອງລອງ ແລະ ເມືອງຫລວງນໍ້າທາ, ທົ່ວເມືອງມີສະຖານີໃຫ້ບໍລິການດ້ານສາທາລະນະສຸກ 10 ແຫ່ງໃນນັ້ນເປັນສຸກສາລາ 9 ແຫ່ງ ແລະ ໂຮງໝໍ 1 ແຫ່ງ.
ທ່ານ ຄໍາແສນ ແກ້ວດາລາສີ ໃຫ້ຮູ້ຕື່ມວ່າ: ສິ່ງດັ່ງກ່າວເກີດຂຶ້ນມາໄດ້ສ່ວນສໍາຄັນໜຶ່ງແມ່ນຍ້ອນການຊ່ວຍເຫລືອຂອງທະນາຄານພັດທະນາອາຊີໃຫ້ການປັບປຸງພື້ນຖານໂຄງລ່າງ, ຊ່ວຍເຫລືອຈັດຕັ້ງປະຕິບັດໂຄງການສ້າງຄວາມເຂັ້ມແຂງເພື່ອປ້ອງກັນການຕິດເຊື້ອ HIV (ພະຍາດເອດ) ເພື່ອເພີ່ມການປົກຄຸມການປ້ອງກັນພະຍາດເອດ ທີ່ອາດເກີດຂຶ້ນຈາກການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ, ໂດຍສະເພາະການໄປມາຜ່ານແດນ ເຊິ່ງມີຄວາມສ່ຽງຫລາຍທີ່ເຊື້ອພະຍາດດັ່ງກ່າວ ຈະຂະຫຍາຍວົງກວ້າງ.ພ້ອມນີ້, ໂຄງການຊ່ວຍເຫລືອດັ່ງກ່າວ, ຍັງແນ່ໃສ່ສ້າງຄວາມເຂັ້ມແຂງໃນການບົ່ງມະຕິພະຍາດ, ປັບປຸງການຄຸ້ມຄອງແຜນງານແຫ່ງຊາດ ເພື່ອສະໜັບສະໜູນໂຄງຮ່າງບໍລິຫານດ້ານການແພດ, ຕະຫລອດຮອດການສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານສາທາລະນະສຸກຂັ້ນແຂວງ ແລະ ເມືອງຕື່ມອີກ.

