ທູດລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ແຫ່ງ ສາທາລະນະລັດ ຝຣັ່ງ
ວັນທີ 1 ກັນຍາ 2025, ທ່ານ ກາລະມຸງຄຸນ ສຸພານຸວົງ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ທ່ານ ແອມມານູຍແອນ ມາຄຼົງ (Emmanuel MACRON) ປະທານາທິບໍດີ ແຫ່ງ ສາທາລະນະລັດ ຝຣັ່ງ ເພື່ອດຳລົງຕຳແໜ່ງເປັນເອກອັກຄະຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ປະເທດ ສາທາ ລະນະລັດ ຝຣັ່ງ. ພິທີໄດ້ຈັດຂຶ້ນທີ່ ທຳນຽບ ປະທານາທິບໍດີ ແຫ່ງ ສາທາລະນະລັດ ຝຣັ່ງ, ນະຄອນ ຫລວງປາຣີ ດ້ວຍບັນຍາກາດທີ່ດີ ແລະ ສົມກຽດ.
ໃນໂອກາດດັ່ງກ່າວ, ທ່ານ ເອກອັກຄະລັດຖະທູດ ໄດ້ນຳເອົາຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ ຄວາມຮັກແພງ ແລະ ຄວາມອວຍພອນໄຊອັນປະເສີດ ເພື່ອສັນຕິພາບ, ມິດຕະພາບ, ຄວາມສົມບູນພູນສຸກ, ການພົວພັນຮ່ວມມືທີ່ດີ ຂອງທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ຝາກເຖິງ ທ່ານ ປະທານປະເທດ ແຫ່ງ ສາທາລະນະລັດຝຣັ່ງ ກໍຄື ລັດຖະບານ ແລະ ປະຊາຊົນຝຣັ່ງທຸກຖ້ວນໜ້າ.
ທ່ານ ເອກອັກຄະລັດຖະທູດ ໄດ້ສະແດງຄວາມຂອບໃຈ ຕໍ່ ທ່ານ ມາຄຼົງ ທີ່ໃຫ້ກຽດຮັບສານໃນຄັ້ງນີ້ ແລະ ໄດ້ໃຫ້ຄຳໝັ້ນສັນຍາວ່າ ໃນໄລຍະທີ່ຕົນດຳລົງຕຳແໜ່ງ ຈະເຮັດສຸດຄວາມສາມາດ ເພື່ອສືບຕໍ່ຮັກສາ ແລະ ເພີ່ມທະວີສຳພັນທະໄມຕີ, ການຮ່ວມມືຂອງສອງປະເທດທີ່ດີງາມມາແຕ່ດົນນານໃຫ້ດີຂຶ້ນໄປເລື້ອຍໆ. ພ້ອມທັງໄດ້ຕາງໜ້າໃຫ້ ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຕໍ່ ລັດຖະບານ ແລະ ປະຊາຊົນຝຣັ່ງ ທີ່ໄດ້ໃຫ້ການສະໜັບສະໜູນການພັດທະນາ ຂອງ ສປປ ລາວ ໃນດ້ານເສດຖະກິດ-ສັງຄົມ ແລະ ສົ່ງເສີມການສຶກສາ (ດ້ານພາສາຝຣັ່ງ) ແລະ ອື່ນໆ ຂອງ ສປປ ລາວ ໃນໄລຍະຜ່ານມາ ແລະ ຫວັງວ່າ ຈະໄດ້ຮັບການສືບຕໍ່ຮ່ວມມື ສະໜັບສະໜູນ ຢ່າງດີໃນຕໍ່ໜ້າ.
ໃນໂອກາດດຽວ, ທ່ານ ແອມມານູຍແອນ ມາຄຼົງ ກໍ່ໄດ້ສະແດງຄວາມຊົມເຊີຍ ທ່ານ ເອກອັກຄະລັດຖະທູດລາວຄົນໃໝ່ ແລະ ໄດ້ຝາກຄວາມຢື້ຢາມຖາມຂ່າວ, ຄວາມຮັກແພງ, ຄໍາອວຍພອນໄຊອັນປະເສີດ ແລະ ມິດຕະພາບການພົວພັນທີ່ດີ ມາຍັງ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ, ລັດຖະບານ ແລະ ປະຊາຊາຊົນລາວ ແລະ ພ້ອມທີ່ຈະສືບຕໍ່ຮ່ວມມືສົ່ງເສີມສາຍພົວພັນສອງຝ່າຍໃຫ້ຍືນນານໃນຕໍ່ໜ້າ.
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ຝຣັ່ງ ໄດ້ສ້າງສາຍພົວພັນການທູດຮ່ວມກັນໃນວັນທີ 22 ຕຸລາ 1953 ເປັນຕົ້ນມາ ຮອດປະຈຸບັນ ຄົບຮອບ 72 ປີ.
ທີ່ມາ: ກົມການຂ່າວ, ກະຊວງການຕ່າງປະເທດ

