ລັດຖະບານ ສປປ ລາວ ປະດັບຫຼຽນກາມິດຕະພາບ ໃຫ້ແກ່ ທູດໄທ
ວັນທີ 8 ກັນຍາ 2025 ຜ່ານມານີ້ ທ່ານ ທອງສະຫວັນ ພົມວິຫານລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງທ່ານ ນາງ ມໍລະກົດ ສີສະຫວັດ ເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ປະຈໍາ ສປປ ລາວ ແລະ ປະດັບຫຼຽນກາມິດຕະພາບໃຫ້ທ່ານທູດ ໃນໂອກາດທີ່ທ່ານສໍາເລັດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ.
ທ່ານ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຊົມເຊີຍຕໍ່ ທ່ານທູດ ທີ່ໄດ້ສໍາເລັດໜ້າທີ່ການທູດ ຢູ່ ສປປ ລາວ ຕະຫຼອດໄລຍະ 2 ປີ 9 ເດືອນ ແລະ ມີຜົນສໍາເລັດສູງຫຼາຍດ້ານ, ພິເສດທ່ານທູດໄດ້ປະກອບສ່ວນເຂົ້າໃນການຊຸກຍູ້ການພົວພັນຮ່ວມມືຂອງສອງປະເທດ ເປັນຕົ້ນແມ່ນວຽກງານປະສານສົມທົບ ແລະ ຊຸກຍູ້ໃຫ້ມີການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງ ຂອງ ລາວ ແລະ ໄທ ລວມທັງບັນດາກົນໄກການຮ່ວມມືຕ່າງໆ ນັບແຕ່ສູນກາງຮອດທ້ອງຖິ່ນຢ່າງເປັນປົກກະຕິປະກອບສ່ວນຊຸກຍູ້ລັດຖະບານ ແຫ່ງ ຣາຊະອານາຈັກໄທ ໃນການສະໜັບສະໜູນຫຼາຍໂຄງການ, ມີການດໍາເນີນງານຢ່າງຕັ້ງໜ້າ ແລະ ປະສົບຜົນສໍາເລັດ ເປັນຕົ້ນແມ່ນໂຄງການພັດທະນາພື້ນຖານໂຄງລ່າງ, ການເຊື່ອມໂຍງເຊື່ອມຈອດ, ການພັດທະນາບຸກຄະລາກອນ ແລະ ການສະໜັບສະໜູນວັດຖຸອຸປະກອນເຄື່ອງມືຕ່າງໆ ໃນຫຼາຍຂະແໜງການ ຊຶ່ງເປັນການປະກອບສ່ວນສໍາຄັນເຂົ້າໃນການສ້າງຄວາມພ້ອມ ແລະ ສ້າງເງື່ອນໄຂອັນດີໃຫ້ແກ່ການພັດທະນາຂອງ ສປປ ລາວ.
ທ່ານ ນາງ ມໍລະກົດ ສີສະຫວັດ ມີຄວາມພະຍາຍາມໃນການໂຄສະນາເຜີຍແຜ່ ເພື່ອສົ່ົງເສີມການລົງທຶນ ພ້ອມທັງຈັດກິດຈະກໍາສໍາມະນາທາງທຸລະກິດ, ງານວາງສະແດງສິນຄ້າ ແລະ ບັນຍາຍໃນໂອກາດຕ່າງໆ ເພື່ອແນໃສ່ດຶງດູດການລົງທຶນຂອງໄທເຂົ້າມາໃນ ສປປ ລາວ ນັບມື້ນັບຫຼາຍຂຶ້ນ.
ຍ້ອນເຫັນໄດ້ຜົນງານອັນໃຫຍ່ຫຼວງ ແລະ ຜົນສໍາເລັດດັ່ງກ່າວ, ລັດຖະບານແຫ່ງ ສປປ ລາວ ຈຶ່ງເຫັນດີຕົກລົງມອບຫຼຽນກາມິດຕະພາບໃຫ້ແກ່ທ່ານ ນາງ ມໍລະກົດ ສີສະຫວັດ ເອກອັກຄະຣາຊະທູດແຫ່ງ ຣາຊະອານາຈັກໄທ ເພື່ອສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຈາລຶກຜົນງານຄຸນງາມຄວາມດີ ທີ່ທ່ານໄດ້ອຸທິດເຫື່ອແຮງ ແລະ ສະຕິປັນຍາ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ລາວ ແລະ ໄທໃຫ້ມີບາດກ້າວຂະຫຍາຍຕົວ ແລະ ແໜ້ນແຟ້ນຍິ່ງໆຂຶ້ນຕະຫຼອດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ.

