ກວດພົບເຮໂຣອິນ ນ້ຳໜັກ 4 ກິໂລ ໃນກະເປົາຊາຍ ອາຍຸ 78ປີ ຢູ່ສະໜາມບິນວັດໄຕ
ກະຊວງການເງິນ ລາຍງານວ່າ: ວັນທີ 6 ກັນຍາ ປີ 2025 ຜ່ານມານີ້, ເຈົ້າໜ້າທີ່ພາສີ ພະແນກສືບສວນ-ສອບສວນ ແລະ ປາບປາມການຄ້າຂາຍເຖື່ອນ (ພສປ), ເຈົ້າໜ້າທີ່ພາສີປະຈຳດ່ານພາສີສາກົນສະໜາມບິນວັດໄຕ, ເຈົ້າໜ້າທີ່ຕຳຫລວດກວດຄົນເຂົ້າ-ອອກ ເມືອງ ແລະ ພາກສ່ວນເອັກສະເລ ປະຈໍາສະໜາມບິນວັດໄຕອາຄານສາກົນ ໄດ້ພ້ອມກັນການກວດກາ ກະເປົາເດີນທາງ ທີ່ຕ້ອງສົງໄສຂອງຄົນສັນຊາດ ປະເທດອົດສະຕາລີ ອາຍຸ 78ປີ, ທີ່ສົງໄສວ່າມີສານເສບຕິດ.
ຜ່ານການກວດກາ ເຈົ້າໜ້າທີ່ພົບເຫັນ ຢາເສບຕິດ ປະເພດເຮໂຣອິນ ນໍ້າໜັກ 4 ກິໂລ, ຊຸກເຊື່ອງໃສ່ໃນຂາອຸປະກອນເປນອນ ທີ່ຈະເດີນທາງອອກໄປ ປະເທດໄຕ້ຫວັນ. ດັ່ງນັ້ນ, ເຈົ້າໜ້າທີ່ພາສີ ຈຶ່ງໄດ້ສືບສວນ-ສອບສວນ ເອົາຄໍາໃຫ້ການເບື້ອງຕົ້ນພ້ອມເຮັດບົດບັນທຶກຢຶດຂອງກາງ ແລ້ວສົ່ງມອບຄະດີດັ່ງກ່າວ ຂອງກາງພ້ອມຜູ້ຖືກຫາ ມອບໃຫ້ເຈົ້າໜ້າທີ່ ຕໍາຫຼວດ ກົມຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ (303) ເພື່ອນໍາໄປດໍາເນີນຄະດີຕາມຂະບວນການຍຸຕິທໍາຂັ້ນຕໍ່ໄປ.
ທີ່ມາ: ກະຊວງການເງິນ

