ພັກ-ລັດຖະບບານລາວ ສົ່ງສານ ອວຍພອນ ວັນສະຖາປະນາ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ຄົບຮອບ 80 ປີ

ເນື່ອງໃນໂອກາດສະເຫຼີມສະຫຼອງວັນໄຊຊະນະການປະຕິວັດ ເດືອນສິງຫາ ແລະ ວັນສະຖາປະນາ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ຄົບຮອບ 80 ປີ (2/9/1945 – 2/9/2025), ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ, ແນວລາວສ້າງຊາດລາວ ໄດ້ສົ່ງ ໂທລະເລກອວຍພອນ ເຖິງ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ,ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ ແລະ ແນວໂຮມປະເທດຊາດຫວຽດນາມ, ໂດຍມີເນື້ອໃນດັ່ງນີ້:
ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ ແລະ ແນວລາວສ້າງຊາດຂໍສົ່ງຄໍາອວຍພອນໄຊອັນປະເສີດ ແລະ ຄວາມສາມັກຄີມິດຕະພາບອັນສະໜິດສະໜົມຖານສະຫາຍອ້າຍນ້ອງມາຍັງ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ ແລະ ແນວໂຮມປະເທດຊາດຫວຽດນາມ.
ກ່ອນໜ້ານີ້ 80 ປີ ໂດຍພາຍໃຕ້ການນໍາພາອັນປີຊາສາມາດ ແລະ ສະຫຼາດສ່ອງໃສຂອງພັກກອມມູນິດ ຫວຽດນາມ ທີ່ມີກຽດສະຫງ່າ, ປະຊາຊົນຫວຽດນາມອ້າຍນ້ອງ ໄດ້ດໍາເນີນພາລະກິດປະຕິວັດ ຕໍ່ສູ້ຕ້ານພວກລ່າເມືອງ ຂຶ້ນຢ່າງພິລະອາດຫານ, ດຸເດືອດ, ຂ້ຽວຂາດ ແລະ ເຕັມໄປດ້ວຍຄວາມເສຍສະຫຼະອັນໃຫຍ່ຫຼວງ ເປັນເວລາຍາວນານ ຫຼາຍທົດສະວັດ ເພື່ອຍາດເອົາເອກະລາດມາສູ່ປະຊາຊົນຄັ້ງທໍາອິດໃນປີ 1945 ແລະ ສືບຕໍ່ ຕໍ່ສູ້ຕ້ານຈັກກະພັດຜູ້ຮຸກ ຮານ ໂດຍສົມທົບລະຫວ່າງ ກໍາລັງແຮງແຫ່ງຄວາມສາມັກຄີອັນເປັນປຶກແຜ່ນຂອງປະຊາຊົນຫວຽດນາມ, ກໍາລັງແຮງຂອງຍຸກສະໄໝ ແລະ ການສະໜັບສະໜູນຊ່ວຍເຫຼືອຂອງເພື່ອນມິດສາກົນ ແລະ ດ້ວຍຄວາມປາຖະໜາ ອັນສູງສົ່ງ ດັ່ງປະທານ ໂຮ່ຈິມິນ ຜູ້ຍິ່ງໃຫຍ່ ໄດ້ກ່າວໄວ້ວ່າ “ບໍ່ມີສິ່ງໃດປະເສີດ ຍິ່ງກວ່າເອກະລາດ ແລະ ເສລີພາບ”, ກອງທັບ ແລະ ປະຊາຊົນຫວຽດນາມ ໄດ້ຕໍ່ສູ້ຢ່າງອົງອາດກ້າແກ່ນ ແລະ ຍາດໄດ້ໄຊຊະນະເປັນແຕ່ລະບາດກ້າວຢ່າງ ຕໍ່ເນື່ອງ ກ້າວໄປເຖິງການປົດປ່ອຍພາກໃຕ້ຫວຽດນາມ, ທ້ອນໂຮມປະເທດເປັນເອກະພາບອັນໜຶ່ງອັນດຽວ ໃນປີ 1975 ແລະ ສືບຕໍ່ພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດສັງຄົມນິຍົມ ໂດຍຍາດໄດ້ບັນດາຜົນສໍາເລັດອັນໃຫຍ່ ຫຼວງ, ຮອບດ້ານ, ມີຄວາມໝາຍປະຫວັດສາດ, ໂດຍສະເພາະແມ່ນບັນດາຜົນສຳເລັດຮອບດ້ານໃນພາລະກິດປ່ຽນແປງໃໝ່ ອັນໄດ້ເຮັດໃຫ້ ສສ ຫວຽດນາມ ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ເສດຖະກິດມີການຂະຫຍາຍຕົວດ້ວຍຈັງຫວະໄວ ແລະຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງດີຂຶ້ນເປັນລຳດັບເລື້ອຍໆ ມາ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ມີຄວາມເຂັ້ມແຂງ, ການພົວພັນຮ່ວມມືກັບຕ່າງປະເທດໄດ້ຮັບການເປີດກວ້າງ, ບົດບາດອິດທິພົນຂອງ ສສ ຫວຽດນາມ ນັບມື້ນັບສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ.
ພວກຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍຢ່າງສຸດອົກສຸດໃຈ ແລະ ຖືບັນດາໄຊຊະນະດັ່ງກ່າວ ເປັນບົດຮຽນອັນໃຫຍ່ຫຼວງ, ທັງເປັນກຳລັງໃຈອັນແຮງກ້າໃຫ້ແກ່ ພວກຂ້າພະເຈົ້າ ໃນການນຳພາພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຂອງຕົນ; ເຊື່ອໝັ້ນຢ່າງໜັກແໜ້ນວ່າ ພາຍໃຕ້ການນຳພາອັນສະຫຼາດສ່ອງໃສ ແລະ ຖືກຕ້ອງຂອງພັກກອມມູນິດຫວຽດນາມ ໂດຍແມ່ນ ະຫາຍເລຂາທິການໃຫຍ່ ໂຕເລິມ ເປັນຜູ້ນຳໜ້ານັ້ນ, ປະຊາຊົນຫວຽດນາມ ຈະສືບຕໍ່ຍາດໄດ້ຜົນສຳເລັດໃໝ່ ໃຫຍ່ຫຼວງກວ່າເກົ່າ ໃນການປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ ໃນໄລຍະທ້າຍສະໄໝໄດ້ຢ່າງມີໄຊ ແລະ ກ້າວໄປສູ່ການດໍາເນີນກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ໃຫ້ສໍາເລັດຜົນຢ່າງຈົບງາມ ເພື່ອສືບຕໍ່ສ້າງປະເທດຊາດຫວຽດນາມ ໃຫ້ກາຍເປັນປະເທດອຸດສາຫະກຳທີ່ທັນສະໄໝ, ບັນລຸເປົ້າໝາຍປະຊາຊົນຮັ່ງມີ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ.
ພວກຂ້າພະເຈົ້າ ມີຄວາມພາກພູມໃຈເປັນຢ່າງຍິ່ງທີ່ເຫັນວ່າ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ ແລະ ຫວຽດນາມ ທີ່ ປະທານ ໂຮ່ຈິມິນ ຜູ້ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ທີ່ແສນເຄົາລົບຮັກ ເປັນຜູ້ລິເລີ່ມ ແລະ ໄດ້ຜ່ານການທົດສອບໃນແປວໄຟປະຕິວັດ ມາເປັນເວລາຫຼາຍທົດສະວັດນັ້ນ ໄດ້ກາຍເປັນມູນມໍລະດົກລວມອັນລ້ຳຄ່າ, ເປັນກົດເກນແຫ່ງການຄົງຕົວ ແລະ ຂະຫຍາຍຕົວຂອງສອງຊາດ, ເປັນໜຶ່ງໃນປັດໄຈຕັດສິນໄຊຊະນະຂອງການປະຕິວັດ ຢູ່ແຕ່ລະປະເທດ ແລະ ມາເຖິງປັດຈຸບັນ ຍິ່ງໄດ້ຮັບການເອົາໃຈໃສ່, ຖະນຸຖະໜອມ, ເພີ່ມພູນຄູນສ້າງ ແລະ ເສີມຂະຫຍາຍເຂົ້າສູ່ລວງເລິກໃນທຸກຂົງເຂດ ແລະ ແຕກດອກອອກຜົນຢ່າງບໍ່ຢຸດຢັ້ງ, ນໍາເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດ ລາວ-ຫວຽດນາມ. ໃນໂອກາດນີ້, ພວກຂ້າພະເຈົ້າ ຂໍສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ ແລະ ຂອບໃຈຢ່າງຈິງໃຈມາຍັງ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ອ້າຍນ້ອງ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນໃຫຍ່ ຫຼວງ, ລ້ຳຄ່າ, ມີປະສິດທິຜົນ ແລະ ທັນການ ບົນຈິດໃຈ ສະຫາຍອ້າຍນ້ອງ, ແບບເຂົ້າເມັດຫັກຜັກເສັ້ນແບ່ງ, ບໍລິສຸດຜຸດຜ່ອງແກ່ພາລະກິດຕໍ່ສູ້ປົດປ່ອຍປະເທດຊາດໃນເມື່ອກ່ອນກໍຄືໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາ ປະເທດ ພວກຂ້າພະເຈົ້າ ໃນປັດຈຸບັນ.
ຂໍອວຍພອນໃຫ້ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ຈົງນັບມື້ນັບແຕກດອກອອກຜົນ ແລະ ໝັ້ນຄົງຂະໜົງແກ່ນຊົ່ວກາລະນານ.
ໃນໂອກາດດຽວກັນນີ້, ການນໍາຂອງ ບັນດາຄະນະຂອງສູນກາງພັກ, ກະຊວງ, ອົງການ, ຂະແໜງການ ແລະ ທ້ອງຖິ່ນ ກໍໄດ້ສົ່ງ ໂທລະເລກອວຍພອນ ເຖິງຄູ່ຮ່ວມຕໍາແໜ່ງ ຝ່າຍຫວຽດນາມ ເຊັ່ນດ່ຽວກັນ.

