EU ອະນຸມັດແລ້ວ ຢາປ້ອງກັນ HIV ແບບສັກປີລະສອງເທື່ອ ເພື່ອປ້ອງກັນການແພ່ເຊື້ອ

ສໍານັກຂ່າວຣອຍເຕີລາຍງານວັນທີ 26 ສິງຫາ 2025 ຜ່ານມນີ້ວ່າ: ຄະນະກໍາມາທິການເອີຣົບ ໄດ້ອະນຸມັດໃຫ້ບໍລິສັດ Gilead Sciences ສາມາດຈໍາໜ່າຍຢາ “Lenacapavir” ທີ່ໃຊ້ປ້ອງກັນ HIV ແບບສັກສອງເທື່ອຕໍ່ປີ ແລະ ມີປະສິດທິພາບສູງເກືອບ 100%.
ການອະນຸມັດຈາກ EU ມີຜົນບັງຄັບໃຊ້ພາຍໃນ 27 ປະເທດທີ່ເປັນສະມາຊິກ ລວມທັງນໍເວ, ໄອແລນ ແລະ ລິກເຕນສະຕາຍ. ຢາດັ່ງກ່າວມີຊື່ທາງວິທະຍາສາດວ່າ “ເລນາຄາປາເວຍ (Lenacapavir)” ແລະ ຈະວາງຂາຍໃນຊື່ທາງການຄ້າວ່າ “Yeztugo” ທີ່ໄດ້ຮັບອະນຸມັດຈາກໜ່ວຍງານອາຫານ ແລະ ຢາ ໃນອາເມລິກາ (FDA) ເມື່ອເດືອນມິຖຸນາຜ່ານມາ.
ພ້ອມດຽວກັນ, ບໍລິສັດຜູ້ຜະລິດຢາດັ່ງກ່າວໄດ້ອອກມາບອກວ່າ: ເຖິງແມ່ນວ່າຈະໄດ້ຮັບການອະນຸມັດແລ້ວ ແຕ່ຢາຍັງບໍ່ສາມາດເຂົ້າເຖິງຜູ້ປ່ວຍໄດ້ໃນທັນທີ ເນື່ອງຈາກຈະຕ້ອງເຈລະຈາຕໍ່ລອງເລື່ອງລາຄາ ແລະ ເງື່ອນໄຂໃນການເບີກຈ່າຍກັບລະບົບສາທາລະນະສຸກຂອງແຕ່ລະປະເທດກ່ອນ. ໃນອາເມລິກາ ລາຄາຈໍາໜ່າຍສູງເຖິງ 28,000 ໂດລາຕໍ່ປີ ເຮັດໃຫ້ບໍລິສັດປະກັນໄພບາງແຫ່ງຍັງພິຈາລະນາໃນການຄຸ້ມຄອງຢາຊະນິດໃໝ່ນີ້ ໂດຍອ້າງວ່າມີລາຄາສູງເກີນໄປ ເມື່ອທຽບກັບຢາທົ່ວໄປ.

