ໃນອະນາຄົດຈະມີ ຢາຖູແຂ້ວຈາກເສັ້ນຜົມ ຊ່ວຍຫລຸດອາການແຂ້ວແມງ

ການຄົ້ນຄວ້າໂດຍນັກວິທະຍາສາດຂອງວິທະຍາໄລ King’s College London ປະເທດອັງກິດ ພົບວ່າເຄຣາຕິນ, ທາດໂປຼຕີນທີ່ພົບເຫັນຢູ່ໃນເສັ້ນຜົມ, ຜິວຫນັງ ແລະ ຂົນສັດ, ສາມາດເສີມສ້າງ, ຊ່ວຍເຄືອບແຂ້ວ ແລະ ປ້ອງກັນແຂ້ວແມງໃນໄລຍະເລີ່ມຕົ້ນໄດ້.

ການຄົ້ນຄວ້າຂອງພວກເຂົາສະແດງໃຫ້ເຫັນວ່າ ເຄຣາຕິນສາມາດສ້າງເປັນຊັ້ນປ້ອງກັນ ທີ່ຮຽນແບບໂຄງສ້າງ ແລະ ໜ້າທີ່ຂອງຂະບວນການເຄືອບແຂ້ວຕາມທໍາມະຊາດ ເມື່ອມັນສໍາຜັດກັບນໍ້າລາຍ.

ໃນການທົດລອງ ນັກຄົ້ນຄວ້າໄດ້ສະກັດເຄຣາຕິນຈາກຂົນສັດ ເຊິ່ງພົບວ່າ ເມື່ອເຄຣາຕິນຖືກທາລົງຜິວສໍາຜັດຂອງແຂ້ວ ແລະ ສໍາຜັດກັບແຮ່ທາດທີ່ມີຢູ່ໃນນໍ້າລາຍຕາມທໍາມະຊາດ ມັນຈະສ້າງໂຄງຮ່າງທີ່ຈັບໂຕກັນຢ່າງເປັນລະບຽບ ທີ່ຮຽນແບບໂຄງສ້າງ ແລະ ໜ້າທີ່ຂອງຂະບວນການເຄືອບແຂ້ວຕາມທໍາມະຊາດ.

ເມື່ອເວລາຜ່ານໄປ ໂຄງສ້າງທີ່ຈະດຶງດູດໄອອອນແຄວຊຽມ ແລະ ຟອສເຟດຕໍ່ໄປ ເຮັດໃຫ້ເກີດຊັ້ນເຄືອບແຂ້ວທີ່ມີໜ້າທີ່ປ້ອງກັນອ້ອມແຂ້ວ.

ນັກຄົ້ນຄວ້າໄດ້ລະບຸວ່າ ໃນອະນາຄົດຈະມີແຜນພັດທະນາຕໍ່ໄປ ເພື່ອນໍາມາຮັກສາແຂ້ວແມງໃນຜູ້ປ່ວຍໃຫ້ມີຮອຍຍິ້ມທີ່ສົດໃສ.