ກະຊວງປ້ອງກັນຄວາມສະຫງົບ ປະກາດນາຍຕຳຫລວດຂັ້ນສູງ ພັກການ-ຮັບອຸດໜູນບໍານານ 15 ສະຫາຍ

ວັນທີ 22 ສິງຫາ 2025 ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີປະກາດນາຍຕຳຫລວດຂັ້ນສູງ ກະຊວງປ້ອງກັນຄວາມສະຫງົບ ອອກພັກການ-ຮັບອຸດໜູນບໍານານ, ໂດຍການເປັນປະທານຂອງ ພົອ ວິໄລ ຫລ້ຄໍາຟອງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ມີຮອງລັດຖະມົນຕີ, ຫົວໜ້າກົມໃຫຍ່, ຫ້ອງວ່າການກະຊວງ, ວິທະຍາຄານ, ປກສ ນະຄອນຫລວງວຽງຈັນ ເຂົ້າຮ່ວມ.

ໃນພິທີ, ພົຈວ ຄອນສະຫວັນ ສົມພາໄຊ ຫົວໜ້າກົມໃຫຍ່ການເມືອງ ປ້ອງກັນຄວາມສະຫງົບ ໄດ້ຜ່ານດຳລັດ ຂອງນາຍົກລັດຖະມົນຕີ ແລະ ມະຕິຕົກລົງ ຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການອະນຸມັດໃຫ້ນາຍຕໍາຫຼວດການນໍາຂັ້ນສູງ ອອກພັກການ-ຮັບອຸດໜູນບໍານານ ອະນຸມັດໃຫ້ ພົຕ ສົມວັນ ສາຍລ້ອງພາ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ພັກການ-ຮັບອຸດໜູນບໍານານ.

ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການອະນຸມັດໃຫ້ນາຍຕໍາຫລວດ ພັກການ-ຮັບອຸດໜູນບໍານານ ມີ:

  1. ພັອ ວີທອງ ພົມທະວີ ຫົວໜ້າກົມເສນາທິການ ຫ້ອງວ່າການກະຊວງ,
  2. ພັອ ສີຍາ ຫຼ້າຍານີ ຮອງຫົວໜ້າກົມນະໂຍບາຍ ກົມໃຫຍ່ການເມືອງ,
  3. ພັອ ສຸຫວາດ ໄຊຍະວົງ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ສັນຕິບານ,
  4. ພັອ ຈັນທະວົງ ພະສຸນົນ ຮອງຫົວໜ້າຫ້ອງການ ກົມໃຫຍ່ສັນຕິບານ,
  5. ພັອ ບົວສີ ເພັດສີຄາມ ຫົວໜ້າກົມເຕັກນິກສະເພາະ ກົມໃຫຍ່ສັນຕິບານ,
  6. ພັອ ຄໍາເຫລັກ ໄຊຍະສິດ ຮອງຫົວໜ້າກົມຕໍາຫລວດຈະລາຈອນ ກົມໃຫຍ່ຕໍາຫລວດ,
  7. ພັອ ວິລະພອນ ວົງຄໍາມຸນຕີ ຫົວໜ້າກົມຕໍາຫລວດສະກັດກັ້ນ ແລະ ຕ້ານອັກຄີໄພ ກົມໃຫຍ່ຕໍາຫລວດ,
  8. ພັອ ຈັນເພັງ ວົງແສງເພັດ ຮອງຫົວໜ້າກົມຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ກົມໃຫຍ່ຕໍາຫລວດ,
  9. ພັອ ສົມສັກ ຄໍາມຸງຄຸນ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ພະລາທິການ,
  10. ພັອ ບຸນກັນ ໄຊຍະແສງ ຮອງຫົວໜ້າກົມຄຸ້ມຄອງພາຫະນະ-ຂົນສົ່ງ ກົມໃຫຍ່ພະລາທິການ,
  11. ພັອ ວົງວິໄລ ຫົວໜ້າພະແນກເຕັກນິກວິຊາສະເພາະ ກົມ 504,
  12. ພັອ ແສງທອງ ເສົາຄໍາ ຫົວໜ້າຄະນະວິຊານິຕິວິທະຍາ ວິທະຍາຄານຕໍາຫຼວດປະຊາຊົນ,
  13. ພັອ ສີໜູນ ມັງຄະຄຸນ ຫົວໜ້າສູນຂໍ້ມູນສື່ສານການສຶກສາ ວິທະຍາຄານຕໍາຫລວດປະຊາຊົນ,
  14. ພັອ ກໍລະກັນ ຄໍ້າພູປະຖົມ ຮອງຫົວໜ້າກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ.

ໃນໂອກາດດັ່ງກ່າວ, ພົອ ວິໄລ ຫລ້າຄຳຟອງ ໄດ້ກ່າວຍ້ອງຍໍຊົມເຊີຍ ຕໍ່ບັນດາສະຫາຍທີ່ ພັກການ-ຮັບອຸໜູນບໍານານ ໃນການສຸມທຸກເຫື່ອແຮງຂອງຕົນເອງ ເຂົ້າໃນການປະຕິບັດໜ້າທີ່ວຽກງານ ຕະຫລອດໄລຍະຜ່ານມາ ຢ່າງມີຜົນສຳເລັດຫລາຍດ້ານ, ເຊິ່ງການປະກາດດັ່ງກ່າວ ແມ່ນກົດເກນ ແລະ ນະໂຍບາຍລວມຂອງພັກ ແລະ ລັດຖະບານ ເມື່ອເຖິງອາຍຸກະສຽນກໍຕ້ອງໄດ້ອອກພັກຜ່ອນ-ຮັບອຸດໜູນບໍານານ ຕາມລະບຽບການ ພ້ອມທັງຮຽກຮ້ອງໃຫ້ບັນດາສະຫາຍ ສືບຕໍ່ໃຫ້ຄໍາແນະນໍາທາງດ້ານບົດຮຽນ ແລະ ປະສົບການຕ່າງໆ ຕາມຄວາມສາມາດຂອງຕົນ ເພື່ອປະກອບສ່ວນເຂົ້າໃນການພັດທະນາ ວຽກງານປ້ອງກັນຄວາມສະຫງົບ ໃຫ້ມີປະສິດທິຜົນດີຂຶ້ນກວ່າເກົ່າ.