ຖ້າເບິ່ງຈາກຕົວເລກ ເສດຖະກິດຂອງລາວໄລຍະເຄິ່ງປີ 2025 ຖືວ່າຂະຫຍາຍຕົວດີ

ໂດຍ: ທິດກໍ່າ
ປີ 2025 ພວກເຮົາຜ່ານພົ້ນມາໄດ້ 7 ເດືອນ ແລະ ພວມເຂົ້າໄລຍະ 5 ເດືອນທ້າຍປີ ຢ່າງມີຈັງຫວະຂັບເຄື່ອນໃນຜົນງານຕົ້ນປີໄວ້ຮອງຮັບ ນຳມາອວດອ້າງກັນຢ່າງເປັນກອບເປັນກໍາຄື: 7 ເດືອນຜ່ານມາ ແຂວງຈໍາປາສັກສ້າງລາຍຮັບຈາກການທ່ອງທ່ຽວໄດ້ 55 ລ້ານກວ່າໂດລາ, ສ່ວນແຂວງອັດຕະປືກໍສ້າງລາຍຮັບຈາກການທ່ອງທ່ຽວໄດ້ເຖິງ 33 ຕື້ກວ່າກີບ, ແຂວງວຽງຈັນກໍສາມາດເກັບລາຍຮັບໃນ 6 ເດືອນຕົ້ນປີໄດ້ 617.33 ຕື້ກີບ ເທົ່າກັບ 56.43% ຂອງແຜນການປີ. ສະເພາະ 6 ເດືອນຕົ້ນປີ ດ່ານພາສີສາກົນວັງເຕົ່າແຂວງຈຳປາສັກ ກໍສາມາດເກັບລາຍຮັບໄດ້ 939 ຕື້ກວ່າກີບ ທຽບໃສ່ແຜນການປີແມ່ນເທົ່າກັບ 55.86%. ນີ້ເປັນພຽງສາມສີ່ກົມກອງທ້ອງຖິ່ນທີ່ຍົກເອົາມາເປັນຕົວຢ່າງ, ແຕ່ຖ້າສັງລວມໃນທຸກຂະແໜງການ ທັງພາກລັດ ແລະ ເອກະຊົນໃນທົ່ວປະເທດກໍຍັງມີຫລາຍຮ້ອຍຫລາຍພັນ ແລະ ຫລາຍໝື່ນ ຫລາຍແສນຕື້ກີບ.
ເວົ້າໄດ້ວ່າມາຮອດປັດຈຸບັນ, ສະພາບເສດຖະກິດ-ການເງິນກໍຄ່ອຍໆຫັນເຂົ້າສູ່ຄວາມສະຫງົບ, ການອ່ອນຄ່າຂອງເງິນກີບກໍຢູ່ໃນສະພາບຄົງທີ່ ບໍ່ຜັນຜວນດັ່ງປີ 2022-2023 ຜ່ານມາ. ອີກຢ່າງໜຶ່ງບັນຍາກາດທີ່ພວມໂດດເດັ່ນທີ່ສຸດໃນປັດຈຸບັນກໍຄືການຜະລິດສິນຄ້າສົ່ງອອກ ໂດຍສະເພາະແມ່ນພາກກະສິກໍາທີ່ພວມຈະນໍາເອົາເມັດເງິນຢ່າງມະຫາສານເຂົ້າສູ່ປະເທດ ອັນໄດ້ແກ່ການປູກຖົ່ວລຽນ ຄາດກະປີ 2026 ຈະມີເຖິງ 400 ກວ່າໂຕນ ແລະ ໃນວັນທີ 14 ສິງຫາ 2025, ທາງສະພາການຄ້າ ແລະ ອຸດສາຫະກໍາ ກໍຄືສະມາຄົມທຸລະກິດກະສິກໍາລາວ ກໍໄດ້ເຊັນສັນຍາລົງນາມສົ່ງເສີມປູກສົ້ມພໍດີ, ງາດໍາ, ງາຂາວ ແລະ ຫອມບົ່ວຫົວໃຫຍ່ ເພື່ອເປັນສິນຄ້າສົ່ງອອກໄປຍັງປະເທດ ສ.ເກົາຫລີ ເຊິ່ງປັດຈຸບັນໄດ້ມີເນື້ອທີ່ປູກໄປແລ້ວ 2,135 ເຮັກຕາ ຕາມຄວາມຕ້ອງການສົ່ງອອກໃນເບື້ອງຕົ້ນແມ່ນ 120 ໂຕນ ໃນມູນຄ່າ 16 ຕື້ກວ່າກີບ.
ນອກຈາກທີ່ກ່າວມານີ້ແລ້ວ ກໍຍັງມີບັນດາຂະແໜງການ ແລະ ຂົງເຂດອື່ນໆພວມປັກມຸດຕໍ່ເປົ້າໝາຍທະລຸຜົນຜະລິດຂອງຕົນໃນທ້າຍປີ 2025 ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້. ເມື່ອກ່າວຜົນງານສັງລວມຂອງຊາດຜ່ານກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ກໍໄດ້ຮັບຮອງຢ່າງເປັນເອກະສັນວ່າເສດຖະກິດຂອງລາວເຮົາໃນ 6 ເດືອນຕົ້ນປີ 2025 ໄດ້ຂະຫຍາຍຕົວ 4.5% ຂອງຍອດຈີດີພີ (GDP). ສ່ວນ 6 ເດືອນທ້າຍປີຕ້ອງພະຍາຍາມໃຫ້ບັນລຸ 4.8% ຂອງ GDP ທັງໝົດ. ສໍາລັບປີ 2026 ທີ່ຈະມາເຖິງກໍຈະເປັນປີແຫ່ງຄວາມຫວັງໜຶ່ງຂອງປວງຊົນລາວທັງຊາດ ນັ້ນກໍຄືລາວເຮົາຈະປະກາດການຫລຸດພົ້ນອອກຈາກປະເທດດ້ອຍພັດທະນາ ກາຍເປັນປະເທດທີ່ພວມພັດທະນາຕາມມາດຕະຖານຂອງອົງການສະຫະປະຊາຊາດ.
ນອກຈາກນັ້ນ ກໍຈະມີຫລາຍອັນຫລາຍຢ່າງປາກົດຕົວດີຂຶ້ນ ບໍ່ວ່າໃນດ້ານເສດຖະກິດ-ສັງຄົມ, ບັນຫາການເງິນ, ການຄ້າ, ການລົງທຶນ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຂໍພຽງແຕ່ຄົນລາວເຮົາມີຄວາມດຸໝັ່ນອົດທົນໝາກຜົນທຸກຢ່າງກໍຈະຕາມມາ. ໄປຄຽງຄູ່ກັນນັ້ນ ພວກເຮົາກໍຕ້ອງມີຄວາມສາມັກຄີກັນເປັນປຶກແຜ່ນແໜ້ນໜຽວເໝືອນດັ່ງປັ້ນເຂົ້າ, ລວມເຕົ້າເໝືອນດັ່ງລູກແຄນ ຕາມພື້ນແຜ່ນຕໍານານໄດ້ກ່າວຂານເອົາໄວ້ວ່າ: ເກົ້າອົດເກົ້າເຢື້ອນເຮົາຕ້ອງໄດ້ທ່ອນຄໍາ, ໃຜວ່າເມືອງລາວເສົ້າເຊົາເດີ້ຢ່າຟ້າວວ່າ ມັນຊິໂປ້ບາດຫລ້າໝາກແຕງຊ້າງໜ່ວຍປາຍ.

