ທ່ານ ທຣໍາ ເລັ່ງປະກາດອັດຕາພາສີໃໝ່ສໍາລັບຊິບ ແລະ ເຫລັກພາຍໃນສອງອາທິດ

            ປະທານາທິບໍດີ ໂດນັລ ທຣໍາ ກ່າວໃນວັນທີ 15 ສິງຫາວ່າ: ລັດຖະບານອາເມລິກາຈະປະກາດອັດຕາພາສີນໍາເຂົ້າສິນຄ້າໃໝ່ສໍາລັບເຊມິຄອນດັກເຕີໃນອາທິດໜ້າ ຫລື ອາທິດຕໍ່ໄປ, ພ້ອມທັງຊີ້ເຖິງຄວາມເປັນໄປໄດ້ໃນການເກັບພາສີເພີ່ມຕໍ່ເຫລັກນໍາເຂົ້າ.

             ກ່ອນໜ້ານີ້, ທ່ານ ທຣໍາ ເຄີຍລະບຸວ່າ: ພາສີໃໝ່ກໍາລັງຈະຖືກປະກາດສໍາລັບຢາ ແລະ ຊິບຄອມພິວເຕີ, ແຕ່ສໍາລັບພາສີເຫລັກນັ້ນຍັງບໍ່ຊັດເຈນວ່າທ່ານ ທຣໍາ ຈະປັບແນວໃດ ຫລື ຈະມີລາຍລະອຽດແນວໃດ ເພາະປັດຈຸບັນອັດຕາພາສີເຫລັກໄດ້ຖືກປັບຂຶ້ນໄປແລ້ວເຖິງ 50% ໃນເດືອນມິຖຸນາ.

             ທ່ານ ທຣໍາ ລະບຸວ່າ: ທ່ານຈະກໍານົດອັດຕາພາສີໃນອາທິດໜ້າ ແລະ ອາທິດຕໍ່ໄປສໍາລັບເຫລັກ ແລະ ຊິບຄອມພິວເຕີ ລະຫວ່າງການໃຫ້ສໍາພາດຕໍ່ສື່ຢູ່ເຮືອບິນ Air Force One ຂະນະເດີນທາງໄປອະແລສກາ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດກັບປະທານາທິບໍດີ ວະລາດິເມຍ ປູຕິນ ຜູ້ນໍາຣັດເຊຍ.

                ໃນຂອບນະໂຍບາຍ “ອາເມລິກາມາກ່ອນ” ທ່ານ ທຣໍາ ພະຍາຍາມດຶງການຜະລິດຊິບກັບມາອາເມລິກາ ໂດຍໃນຕົ້ນເດືອນນີ້ ທ່ານ ທຣໍາ ເຄີຍສະເໜີອັດຕາພາສີນໍາເຂົ້າສໍາລັບເຊມິຄອນດັກເຕີປະມານ 100%.

            ທ່ານ ທຣໍາ ຍັງກ່າວອີກວ່າ: ບໍລິສັດທີ່ສັນຍາວ່າຈະສ້າງໂຮງງານຜະລິດຊິບພາຍໃນປະເທດອາດໄດ້ຮັບການຍົກເວັ້ນພາສີນໍາເຂົ້າໃນໄລຍະທໍາອິດ.

               ທ່ານອະທິບາຍແນວທາງດຶງດູດບໍລິສັດຊິບໃຫ້ຜະລິດໃນອາເມລິກາວ່າ: ອັດຕາພາສີຈະຕໍ່າໃນໄລຍະເລີ່ມຕົ້ນ ເພື່ອໃຫ້ມີໂອກາດລົງທຶນສ້າງໂຮງງານ ຈາກນັ້ນຈະປັບຂຶ້ນສູງຫລັງໄລຍະເວລາໜຶ່ງ.

            ລັດຖະບານຍີ່ປຸ່ນຊີ້ແຈງວ່າ: ຈາກການເຈລະຈາພາສີທະວີພາຄີນັ້ນ, ອາເມລິກາຈະໃຫ້ສິດດອັດຕາພາສີຕໍ່າສຸດຕໍ່ຍີ່ປຸ່ນເທົ່າກັບຮັບຮອງກັບປະເທດອື່ນສໍາລັບການນໍາເຂົ້າຢາ ແລະ ເຊມິຄອນດັກເຕີ.

            ທັງນີ້, ເນື່ອງຈາກສະຫະພາບເອີຣົບ ແລະ ອາເມລິກາ ຕົກລົງໃຊ້ອັດຕາພາສີນໍາເຂົ້າສໍາລັບຊິບຄອມພິວເຕີໃນລະດັບ 15% ຕໍ່ສິນຄ້າຈາກກຸ່ມ 27 ປະເທດ, ຍີ່ປຸ່ນອາດຜະເຊີນອັດຕາພາສີເທົ່າກັນ.