ແນວລາວສ້າງຊາດຄືຮົ່ມໂພສີຕົ້ນໃຫຍ່ ຂອງປະຊາຊົນລາວບັນດາເຜົ່າ

ໂດຍ: ທິດກໍ່າ

ອົງການແນວລາວສ້າງຊາດໃນປັດຈຸບັນແມ່ນມີຕົ້ນກໍາເນີດມາຈາກແນວລາວອິດສະຫລະໃນສະໄໝຕໍ່ສູ້ກູ້ຊາດຕ້ານຈັກກະພັດຝຣັ່ງ, ຕໍ່ມາໄດ້ປ່ຽນຊື່ມາເປັນແນວລາວຮັກຊາດໃນຍຸກຕໍ່ສູ້ຕ້ານສົງຄາມຮຸກຮານຈາກຈັກກະພັດອາເມລິກາ. ພໍຕົກມາໃນຍຸກປັດຈຸບັນກໍປ່ຽນຊື່ມາເປັນສູນກາງແນວລາວສ້າງຊາດ. ອັນສາເຫດກໍຍ້ອນວ່າເພື່ອໃຫ້ສອດຄ່ອງກັບໜ້າທີ່ການເມືອງໃນໄລຍະໃໝ່ ເຊິ່ງເປັນຍຸດທະສາດໜຶ່ງເພື່ອເຕົ້າໂຮມຄວາມສາມັກຄີປອງດອງລະຫວ່າງປະຊາຊົນບັນດາເຜົ່າ ພາຍໃຕ້ການນໍາພາຂອງພັກ ແລະ ລັດຖະບານແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໂດຍມີອົງການແນວລາວສ້າງຊາດເປັນຮົ່ມໂພສີຕົ້ນໃຫຍ່ ເພື່ອນໍາໜ້າພາທາງພາປະຕິບັດແນວທາງຄວາມສາມັກຄີປອງດອງຂອງພັກ ແລະ ລັດຖະບານໃນຍຸກສ້າງສາພັດທະນາປະເທດຊາດໃຫ້ກາຍເປັນປຶກແຜ່ນ. ມາຮອດປີນີ້ ອົງການແນວລາວສ້າງຊາດມີອາຍຸໄດ້ 75 ປີເຕັມ (13/08/1950 – 13/08/2025). ເວົ້າໄດ້ວ່າຕະຫລອດ 75 ປີຜ່ານມາ, ອົງການແນວລາວສ້າງຊາດໄດ້ກາຍເປັນຄັນທຸງແຫ່ງການນໍາພາ ເພື່ອຄວາມສາມັກຄີປອງດອງຂອງປະຊາຊົນບັນດາເຜົ່າໃນທົ່ວປະເທດ ແລະ ທັງຄົນລາວທີ່ເຮັດໜ້າທີ່ ແລະ ດໍາລົງຊີວິດຢູ່ຕ່າງປະເທດ.

ຢ່າງໃດກໍດີ, ເມື່ອຫວນຄືນໃນຍຸກສົງຄາມຮຸກຮານຂອງຈັກກະພັດລ່າເມືອງຂຶ້ນ, ອົງການແນວລາວອິດສະຫລະ ກໍຄືແນວລາວຮັກຊາດ ແລະ ສູນກາງແນວລາວສ້າງຊາດໃນປັດຈຸບັນແມ່ນນໍາພາສາມັກຄີກັນຕໍ່ສູ້ຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນແບບ. ພໍຕົກມາໃນສະໄໝນີ້ແມ່ນສາມັກຄີປອງດອງກັນເພື່ອສ້າງສາພັດທະນາປະເທດຊາດໃຫ້ມີຄວາມຈະເລີນຮຸ່ງເຮືອງ. ເອີ້ນໄດ້ວ່າໃນປະຫວັດສາດຫລາຍຮ້ອຍປີຜ່ານມາ ບໍ່ມີຍຸກໃດສະໄໝໃດທີ່ປະຊາຊົນລາວບັນດາເຜົ່າມີຄວາມສາມັກຄີປອງດອງຄືຍຸກນີ້ສະໄໝນີ້. ໃນປະຫວັດສາດຂອງປະເທດລາວລ້ານຊ້າງກ່ອນໜ້ານີ້ຫລາຍຮ້ອຍປີ ໂດຍສະເພາະໃນຍຸກການປົກຄອງຂອງກະສັດຫລາຍອົງເຄີຍທະເລາະວິວາດກັນ, ມີຄວາມຂັດແຍ່ງ, ແບ່ງພັກແບ່ງພວກ, ໂຄ່ນລົ້ມໂຈມຕີຊິງອໍານດກັນເພື່ອຄວາມເປັນໃຫຍ່ ສຸດທ້າຍມາປະເທດຊາດກໍຈິບຫາຍວາຍວອດກາຍເປັນເມືອງຂຶ້ນຂອງຕ່າງຊາດ, ເສຍພົນລະເມືອງ, ເສຍຊັບສົມບັດອັນລໍ້າຄ່າ ແລະ ເສຍແຜ່ນດິນກາຍເຄິ່ງຂອງປະເທດມາຮອດທຸກວັນນີ້. ນີ້ລະຄືຜົນຮ້າຍຂອງຄວາມຂັດແຍ່ງ, ແບ່ງແຍກພາຍໃນຊາດຫລາຍຮ້ອຍປີຜ່ານມາ.

ເຖິງຢ່າງໃດກໍດີ, ມາຮອດຍຸກປັດຈຸບັນ ພວກເຮົາມີສູນກາງແນວລາວສ້າງຊາດທີ່ເປັນຄັນທຸງແຫ່ງຄວາມສາມັກຄີປອງດອງ ທັງເປັນຮົ່ມໂພຮົ່ມໄຊໃຫ້ພວກເຮົາເດີນໜ້າໃນການສ້າງສາພັດທະນາປະເທດຊາດ, ປະເທດຊາດບ້ານເມືອງຈະມີຄວາມຈະເລີນຮຸ່ງເຮືອງກໍຍ້ອນມີຄວາມສາມັກຄີຂອງຄົນໃນຊາດ. ໃນສະພາບປັດຈຸບັນ ເຖິງວ່າມີພວກປໍລະປັກ, ພວກອະຄະຕິຢ້ານລື່ນຢ້ານເຫລືອ, ຕໍາໜິວິຈານ ສປປ ລາວເຮົາ ແນວໃດກໍຕາມຖ້າພວກເຮົາມີຄວາມສາມັກຄີພ້ອມກັນສ້າງສາ ສຸດທ້າຍມາບ້ານເມືອງກໍຈະເລີນຮຸ່ງເຮືອງ ປະເທດຊາດມີຄວາມສະຫງົບຮົ່ມເຢັນ ປະຊາຊົນບັນດາເຜົ່າກໍກິນອີ່ມນຸ່ງອຸ່ນໄດ້ກິນແຊບນຸ່ງງາມ.