ສປປ ລາວ ສົ່ງຜູ້ມີສີມື 10 ຄົນ ເຂົ້າຮ່ວມການແຂ່ງຂັນສີມືແຮງງານ ອາຊຽນຄັ້ງທີ 14 ທີ່ ປະເທດ ຟີລິບປິນ

ຕອນເຊົ້າວັນທີ 15 ສິງຫາ 2025 ນີ້ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຈັດສົ່ງຄະນະຜູ້ແທນ ແລະ ຄະນະນັກແຂ່ງຂັນ ເຂົ້າຮ່ວມການແຂ່ງຂັນສີມືແຮງງານ ອາຊຽນຄັ້ງທີ 14 ລະຫວ່າງວັນທີ 21-31 ສິງຫາ 2025 ທີ່ຟິລິບປິນ ໂດຍມີ ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ປອ ໄຊບັນດິດ ຣາດຊະພົນ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ທ່ານ ວິໄລ ວົງຂະເສີມ ຮອງປະທານຄະນະບໍລິຫານງານສູນກາງ ສະຫະພັນກຳມະບານລາວ ເຂົ້າຮ່ວມ.

ທ່ານ ປອ ບຸນມາ ສິດທິໂສມ ຫົວໜ້າສະຖາບັນພັດທະນາສີມືແຮງໃຫ້ຮູ້ວ່າ: ການແຂ່ງຂັນສີມືແຮງງານລະດັບອາຊຽນ ແມ່ນໄດ້ຈັດຂຶ້ນທຸກໆ 2 ປີ ເປັນກິດຈະກຳສຳຄັນຂອງປະເທດສະມາຊິກອາຊຽນ ສຳລັບໃຫ້ໄວໜຸ່ມ-ຊາວໜຸ່ມຂອງແຕ່ລະປະເທດໄດ້ແຂ່ງຂັນສີມື ຊຶ່ງກັນແລະ ກັນ ໂດຍມີວັດຖຸປະສົງເພື່ອພັດທະນາ ແລະ ຍົກລະດັບການສຶກສາ ຊຶ່ງເປັນລະບົບການພັດທະນາກຳລັງແຮງງານຂອງປະເທດສະມາຊິກອາຊຽນ ໃຫ້ມີລະດັບມາດຕະຖານດຽວກັນ ແລະ ທຽບເທົ່າກັບສາກົນ ແລະ ເປັນສິ່ງສຳຄັນຍູ້ດັນໃຫ້ປະເທດອາຊຽນກ້າວໄປສູ່ການເປັນປະຊາຄົມເສດຖະກິດທີ່ເຂັ້ມຂຶ້ນ.

ການແຂ່ງຂັນສີມືແຮງງານ ຄັ້ງທີ່ 14 ນີ້ ລາວເຮົາໄດ້ສົ່ງນັກຂັນແຂ່ງຈາກສາຂາວິຊາຊີບ 5 ສາຂາວິຊາຄື: 1).ສາຂາ ກຼາບຟິກດີຊາຍ(Graphics Design), 2). ສາຂາ ເວບເທັກໂນໂລຢີ (Web Technology), 3). ສາຂາ ຊ່າງໄມ້ Cabinet Making, 4). ສາຂາຕິດຕັ້ງໄຟຟ້າອາຄານ (Electrical Installation) ແລະ 5. ສາຂາປຸງແຕ່ງອາຫານ (Cooking). ມີນັກແຂ່ງຂັນ 10 ຄົນ, ຊ່ຽວຊານ 10 ຄົນ ແລະ ຄະນະຜູ້ແທນ 7 ຄົນ ແລະ ຜູ້ສັງເກດການພາກຫົວໜ່ວຍແຮງງານ 5 ຄົນ, ລວມເປັນ 32 ຄົນ, ຍິງ 5 ຄົນ, ຄາດໝາຍການແຂ່ງຂັນຈະສູ້ຊົນໃຫ້ໄດ້ 1ຫຼຽນ.

ການແຂ່ງຂັນສີມືແຮງງານໃນລະດັບອາຊຽນ ທີ່ຜ່ານມາ ສປປ ລາວພວກເຮົາແມ່ນໄດ້ເຂົ້າຮ່ວມ 12 ຄັ້ງ ໃນນີ້ເປັນຜູ້ສັງເກດການ 1 ຄັ້ງ ສາມາດຍາດໄດ້ 1 ຫລຽນເງິນຈາກສາຂາວິຊາການຕິດຕັ້ງໄຟຟ້າໃນອາຄານ ໃນການແຂ່ງຂັນ ຄັ້ງທີ X ທີ່ຮ່າໂນ້ຍ ແລະ ໄດ້ຮັບໃບຢັ້ງຢືນລະດັບອາຊຽນ 24 ໃບ. ການແຂ່ງຂັນສີມືແຮງງານໃນຄັ້ງນີ້ ຈຶ່ງເປັນສິ່ງທ້າທາຍສຳລັບຄະນະນັກແຂ່ງຂັນຂອງພວກເຮົາ ຊຶ່ງຕ້ອງເຂົ້າໃຈວ່າໄປແຂ່ງຂັນເທື່ອນີ້ແມ່ນໄປປ້ອງກັນຜົນງານ 1 ຫຼຽນເງິນ.