ປີທ່ອງທ່ຽວແຂວງບໍລິຄຳໄຊເປີດຂຶ້ນແລ້ວ

ສຽງຄ້ອງ 9 ບາດເພື່ອ ເປັນສີລິມຸງຄຸນໃຫ້ປີທ່ອງທ່ຽວ ແຂວງ ບໍລິຄຳໄຊ, ໄດ້ດັງຂຶ້ນໃນ ວັນທີ 28 ທັນວານີ້ ພ້ອມໆກັບ ບຸນປະນະມັດສະການພະບາດ ໂພນ ສັນທີ່ວັດດັ່ງກ່າວ ໃນເມືອງ ທ່າພະບາດ. ໂດຍການເຂົ້າຮ່ວມ ລັ່ນຄ້ອງຂອງ ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳ ໄຊ ແລະ ທ່ານ ອຸ່ນທອງ ຂາວ ພັນ ຮອງລັດຖະມົນຕີກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວພ້ອມດ້ວຍ ມວນຊົນເຂົ້າຮ່ວມເປັນຈຳນວນ ຫລາຍ. ບົນຄຳຂວັນປີທ່ອງ ທ່ຽວ 2018 ຂອງແຂວງບໍລິ ຄຳໄຊກ່າວໄວ້ວ່າ: ທ່ຽວເມືອງ ລາວ, ທ່ຽວແຂວງບໍລິຄຳໄຊ, ມ່ວນຊື່ນສຸດໃຈ, ສະດວກປອດ ໄພໃສ່ໃຈສິ່ງແວດລ້ອມ. ເປົ້າ ໝາຍຫລັກກໍເພື່ອແນໃສ່ດຶງດູດ ນັກທ່ອງທ່ຽວເຂົ້າມາທ່ຽວ ລາວໃຫ້ຫລາຍຂຶ້ນເພື່ອກະຕຸກຊຸກຍູ້ໃຫ້ການຈັດຕັ້ງປະຕິບັດ ຄາດໝາຍປີທ່ອງທ່ຽວລາວ ບັນລຸຜົນສຳເລັດ.

ໃນບົດກ່າວເປີດປີທ່ອງ ທ່ຽວດັ່ງກ່າວຂອງ ທ່ານ ຫົວ ໜ້າພະແນກຖະແຫລງຂ່າວ, ວັດ ທະນະທຳ ແລະ ທ່ອງທ່ຽວ ແຂວງບໍລິຄຳໄຊ ໄດ້ຊີ້ໃຫ້ເຫັນ ວ່າ: ງານດັ່ງກ່າວນອກຈາກ ສົ່ງເສີມການທ່ອງທ່ຽວແລ້ວ ຍັງເປັນການອະນຸລັກຮັກສາ ວັດທະນະທຳ ແລະ ຮີດຄອງ ປະເພນີອັນດີງາມຂອງແຂວງ ກໍຄືຂອງຊາດ, ເພີ່ມທະວີ ຄວາມສາມັກຄີ ແລະ ຮັດແໜ້ນ ສາຍພົວພັນຮ່ວມມືລະຫວ່າງ ທ້ອງຖິ່ນດ້ວຍກັນໃຫ້ໜັກແໜ້ນ ຍິ່ງຂຶ້ນ. ໃນງານນອກຈາກ ການຄົງປະຕິບັດຕາມຮີດຄອງ ທາງສາສະໜາແລ້ວ, ຍັງໄດ້ ຮ່ວມວາງສະແດງສິນຄ້າ, ຜົນ ຜະລິດກະສິກຳ ແລະ ຊົມການ ສະແດງສິລະປະວັນນະຄະດີ, ຂັບລຳທ້ອງຖິ່ນອື່ນໆອີກ.

+ ບໍລິຄຳໄຊກຽມເປີດປີທ່ອງທ່ຽວລາວພ້ອມກັບບຸນພະບາດໂພນສັນ

+ ທ່າແຕງກຽມຄວາມພ້ອມສະເຫລີມສະຫລອງເມືອງຄົບຮອບ 25 ປີ ຕິດພັນກັບປີທ່ອງທ່ຽວ