ອົດສະຕຣາລີກຽມປະກາດຮັບຮອງ “ລັດປາແລັສຕິນ” ຮ່ວມອັງກິດ-ຝຣັ່ງ-ການາດາ ກົດດັນອິດສະລາແອນ-ໂດດດ່ຽວອາເມລິກາເພີ່ມຂຶ້ນ

ທ່ານ ແອນໂທນີ ອັລບາເນຊີ ນາຍົກລັດຖະມົນຕີອົດສະຕຣາລີ ຖະແຫລງໃນວັນທີ 11 ສິງຫາວ່າ: ອົດສະຕຣາລີຈະຮັບຮອງ “ລັດປາແລັສຕິນ” ຢ່າງເປັນທາງການໃນເດືອນກັນຍານີ້ ລະຫວ່າງກອງປະຊຸມສະມັດຊາໃຫຍ່ແຫ່ງສະຫະປະຊາຊາດ (UNGA) ໂດຍຈະຢຶດຕາມ “ຄໍາໝັ້ນ” ທີ່ລັດຖະບານອົດສະຕຣາລີໄດ້ຮັບຈາກຝ່າຍປາແລັສຕິນ (Palestinian Authority) ວ່າຈະຈັດຕັ້ງລັດບົນພື້ນຖານຂອງການປະຕິຮູບ ແລະ ຄວາມໂປ່ງໃສ.
ຂະນະທີ່ນິວຊີແລນ ເຊິ່ງເປັນປະເທດໃກ້ຄຽງ ຢູ່ລະຫວ່າງພິຈາລະນາທ່າທີດຽວກັນ ໂດຍທ່ານ ວິນສຕັນ ປີເຕີ ລັດຖະມົນຕີຕ່າງປະເທດ ລະບຸວ່າ: ຈະນໍາເຂົ້າສູ່ການພິຈາລະນາຂອງຄະນະລັດຖະບານໃນເດືອນກັນຍາ ແລະ ເນັ້ນວ່າ: ການຮັບຮອງລັດປາແລັສຕິນເປັນພຽງ “ເລື່ອງເວລາ” ບໍ່ແມ່ນຄໍາຖາມວ່າຈະປະຕິບັດ ຫລື ບໍ່.
ທ່ານ ຄຣິສໂຕເຟີ ລັກຊອນ ນາຍົກລັດຖະມົນຕີນິວຊີແລນ ກ່າວວ່າ: ສະຖານະການໃນກາຊາເປັນ “ໂສກນາດຕະກໍາດ້ານມະນຸດສະທໍາຂັ້ນຮ້າຍແຮງ”, ແຕ່ຍັງຕ້ອງໃຊ້ເວລາເພື່ອພິຈາລະນາຢ່າງຮອບຄອບ ເຊິ່ງນໍາໄປສູ່ສຽງວິຈານຈາກອະດີດນາຍົກລັດຖະມົນຕີ ເຮເລນ ຄລາກ ທີ່ເບິ່ງວ່າທ່າທີຂອງລັດຖະບານນິວຊີແລນໃນເວລານີ້ “ໜ້າອັບອາຍ” ແລະ ຂາດຈຸດຢືນຮ່ວມກັບພັນທະມິດ.
ການຕັດສິນໃຈຂອງອົດສະຕຣາລີເຮັດໃຫ້ປະເທດດັ່ງກ່າວເຂົ້າຮ່ວມກັບອັງກິດ, ຝຣັ່ງ ແລະ ການາດາ ໃນການປະກາດຮັບຮອງລັດປາແລັສຕິນໃນເດືອນກັນຍານີ້ ເຊິ່ງຍິ່ງເຮັດໃຫ້ອາເມລິກາຖືກໂດດດ່ຽວເພີ່ມຂຶ້ນໃນບັນດາພັນທະມິດໃກ້ຊິດ ທ່າມກາງການປົກປ້ອງອິດສະລາແອນໃນປະຕິບັດການທາງທະຫານທີ່ທະວີຄວາມຮຸນແຮງ ແລະ ຍືດເຍື້ອມາເກືອບສອງປີຢູ່ເຂດກາຊາ.
ທ່ານ ເພນນີ ຫວ່ອງ ລັດຖະມົນຕີຕ່າງປະເທດອົດສະຕຣາລີ ເປີດເຜີຍວ່າ: ໄດ້ແຈ້ງຕໍ່ທ່ານ ມາໂກ ຣູບິໂອ ລັດຖະມົນຕີຕ່າງປະເທດອາເມລິກາ ລ່ວງໜ້າ, ແຕ່ຖະແຫລງການຂອງຝຣັ່ງບໍ່ໄດ້ກ່າວເຖິງບັນຫາການຮັບຮອງລັດປາແລັສຕິນ ໂດຍທ່ານ ຣູບິໂອ ກ່າວກ່ອນໜ້ານີ້ວ່າ: ການປະກາດສະໜັບສະໜູນລັດປາແລັສຕິນເປັນພຽງ “ສັນຍາລັກ” ທີ່ຈະ “ເຮັດໃຫ້ຮາມັດແຂງແກ່ນຂຶ້ນ” ແລະ ຍາກຕໍ່ການບັນລຸສັນຕິພາບ.
ແຕ່ທ່ານ ອັລບານີຊີ ຢືນຢັນວ່າໄດ້ຮັບຄໍາໝັ້ນຈາກທ່ານ ມາມູດ ອັບບາສ ປະທານາທິບໍດີຂອງຝ່າຍປາແລັສຕິນວ່າ: ກຸ່ມຮາມັດຈະບໍ່ມີບົດບາດໃດໆໃນລັດປາແລັສຕິນໃນອະນາຄົດ ໂດຍມີເງື່ອນໄຂເພີ່ມຕື່ມເຊັ່ນ: ການປົດອາວຸດ, ຈັດການເລືອກຕັ້ງທົ່ວໄປ, ຍົກເລີກການຈ່າຍເງິນໃຫ້ຄອບຄົວນັກໂທດ ແລະ ຜູ້ເສຍຊີວິດ, ປະຕິຮູບການປົກຄອງ ແລະ ການສຶກສາ ແລະ ມີການເບິ່ງແຍງຈາກນາໆຊາດ ເພື່ອປ້ອງກັນການຍຸຍົງໃຫ້ເກີດຄວາມຮຸນແຮງ.
ນອກຈາກນີ້, ທ່ານ ອັລບານີຊີ ຍັງກ່າວວ່າ: “ແນວທາງສອງລັດຄືຄວາມຫວັງສູງສຸດຂອງມະນຸດໃນການຢຸດວົງຈອນຄວາມຮຸນແຮງຢູ່ຕາເວັນອອກກາງ ແລະ ຢຸດຄວາມຂັດແຍ່ງ, ຄວາມທຸກທໍລະມານ ແລະ ຄວາມອຶດຫິວຢູ່ກາຊາ”.
ອ້າງອີງ:

