6 ເດືອນຕົ້ນປີ ອັດຕະປື ມ້າງຄະດີໄດ້ 35 ເລື່ອງ ກັກຜູ້ຖືກຫາໄດ້ 65 ຄົນ

ທ່ານ ພັນໂທ ບຸນເລີດ ແກ້ວພຸດທະວົງ ຮອງຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ ແຂວງອັດຕະປື ລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງ ຊຸດທີ II ໃນວັນທີ 7 ສິງຫາ 2025 ນີ້ໃຫ້ຮູ້ວ່າ: ໄລຍະ 6 ເດືອນຂອງປີ 2025 ແຂວງອັດຕະປື ສາມາດແກ້ໄຂບັນຫາຢາເສບຕິດໄດ້ 35 ເລື່ອງ, ກັກຜູ້ຖືກຫາໄດ້ 65 ຄົນ, ຍິງ 5 ຄົນ, ຄົນຕ່າງປະເທດ 8 ຄົນ, ຍິງ 3 ຄົນ, ຢຶດຢາບ້າໄດ້ 13,000 ກວ່າເມັດ, ຢາໄອສ໌ 8 ກິໂລກຣາມ, ເຮໂຣອິນ 800 ກຣາມ, ຢຶດລົດໃຫ່ຍໄດ້ 1 ຄັນ, ລົດຈັກ 5 ຄັນ, ໂທລະສັບ 34 ໜ່ວຍ ແລະ ເງິນສົດອີກຈໍານວນໜຶ່ງ, ຢຶດໃບກະທ້ອມໄດ້ 7 ກວ່າກິໂລກຼາມ, ນໍ້າຢາຫົວເຊື້ອປະສົມນໍ້າກະທ້ອມ 73 ກວດ, ຢາສູບໄຟຟ້າ 19 ອັນ, ສະຫຼຸບສຳນວນຄະດີ ສົ່ງອົງການໄອຍະການ ມີ 2 ເລື່ອງ, ຜູ້ຖືກຫາ 3 ຄົນ, ຍິງ 1 ຄົນ, ຕ່າງປະເທດ 1 ຄົນ, ຍິງ 1 ຄົນ, ຊັດມ້ຽນ 3 ເລື່ອງ, ຜູ້ຖືກຫາ 6 ຄົນ, ຍິງ 3 ຄົນ, ຕ່າງປະເທດ 4 ຄົນ, ຍິງ 2 ຄົນ.

ນອກນັ້ນ ຍັງໄດ້ສຶກສາອົບຮົມຜູ້ເສບ ແລະ ມົ້ວສຸມຢາເສບຕິດ, ພ້ອມທັງສ້າງບົດບັນທຶກກ່າວເຕືອນ 106 ຄົນ, ຍິງ 19 ຄົນ, ໄດ້ສັງລວມສະຖິຕິຜູ້ຕິດຢາເສບຕິດເຂົ້າມາປິ່ນປົວຢູ່ສູນບຳບັດປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດຂອງແຂວງມີ 17 ຄົນ, ໃນນັ້ນມີຜູ້ທີ່ປິ່ນປົວດີແລ້ວກັບຄືນບ້ານ 12 ຄົນ, ສືບຕໍ່ປິ່ນປົວ 5 ຄົນ.

ໃນຕໍ່ໜ້າຄາດວ່າ ແຂວງອັດຕະປື ຍັງຈະສືບຕໍ່ໄດ້ຮັບຜົນກະທົບຈາກໄພຂົ່ມຂູ່ຈາກບັນຫາຢາເສບຕິດ, ສະພາບການແພ່ລະບາດຂອງຢາເສບຕິດ ປະເພດຢາບ້າ ແລະ ສານເສບຕິດປະເພດຕ່າງໆ ເປັນຕົ້ນ: ໃບກະທ່ອມ, ນໍ້າກະທ່ອມ, ຄໍລາເຈັນ, ຢາສູບໄຟຟ້າ ອາດຈະນັບມື້ນັບມີທ່າອ່ຽງເພີ່ມຂຶ້ນ, ສະພາບການລັກລອບຂົນສົ່ງ, ຄ້າຂາຍຂອງພວກເປົ້າໝາຍ ລາຍໃຫຍ່, ລາຍກາງ ພວກເຂົາຍັງສືບຕໍ່ປະສານສົມທົບກັບກຸ່ມເຄືອຂ່າຍ ທັງຢູ່ພາຍໃນ ແລະ ຕ່າງປະເທດ ເພື່ອເຄື່ອນໄຫວລັກລອບຄ້າຂາຍ, ນໍາເຂົ້າ-ສົ່ງອອກຢາເສບຕິດ.