ລັດຖະມົນຕີກະຊວງການຕ່າງປະເທດ ຈະຢ້ຽມຢາມສິງກະໂປ ແລະ ຟິລິບປິນໃນວັນທີ 11-14 ສິງຫາ 2025

ກະຊວງການຕ່າງປະເທດ ລາຍງານວ່າ: ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຈະເດີນທາງຢ້ຽມຢາມ ສ. ສິງກະໂປ ຢ່າງເປັນທາງການ ໃນລະຫວ່າງວັນທີ 11 – 12 ສິງຫາ 2025 ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ດຣ. ວິວຽນ ບາລາຄຣິສນານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງສາທາລະນະລັດ ສິງກະໂປ.


ວັນທີ 13 – 14 ສິງຫາ  2025 ສືບຕໍ່ຢ້ຽມຢາມ ສ. ຟີລິບປິນ ຢ່າງເປັນທາງການ ຕາມການເຊື້ອເຊີນຂອງ ທ່ານ ນ. ມາເຣຍ ເທເຣຊາ ພີ ລາຊາໂຣ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ຟີລິບ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ອັນດີງາມ ລະຫວ່າງ ສປປ ລາວ-ຟິລິບປິນ ແລະ ເຂົ້າຮ່ວມກອງປະຊຸມຄະນະກຳມະການຮ່ວມມືສອງຝ່າຍ (JCBC) ຄັ້ງທີ່ 3 ລະຫວ່າງ ສປປ ລາວ-ຟິລິບປິນ.