ເຈລະຈາ ຮ່າງສັນຍາ ການປະຕິບັດວຽກກວດກາ “ປະຕູດຽວ, ຄັ້ງດຽວ” ຢູ່ດ່ານສາກົນທາງລົດໄຟ ລາວ-ຈີນ

ວັນທີ 31 ກໍລະກົດ-2 ສິງຫາ 2025 ຜ່ານມານີ້ ລາວ-ຈີນ ຈັດກອງປະຊຸມເຈລະຈາຮ່າງສັນຍາ ວ່າດ້ວຍການຈັດຕັ້ງປະຕິບັດວຽກງານກວດກາ “ປະຕູດຽວ, ຄັ້ງດຽວ” ຢູ່ດ່ານສາກົນທາງລົດໄຟ ລາວ-ຈີນ (ບໍ່ເຕັນ-ບໍ່ຫານ) ໂດຍການເປັນປະທານຮ່ວມຂອງ ທ່ານ ອານຸສິນ ຂັດຕິຍະລາດ ຫົວໜ້າຫ້ອງການຄະນະກຳມະການຊາຍແດນແຫ່ງຊາດ, ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ຈ້າວ ລີ້ຈ່ຽນ ຮອງຫົວໜ້າກົມກິດຈະການຊາຍແດນ ແລະ ທະເລ, ກະຊວງການຕ່າງປະເທດ ແຫ່ງ ສປ ຈີນ, ມີຜູ້ຕາງໜ້າຈາກບັນດາກະຊວງ ແລະ ພາກສ່ວນກ່ຽວຂ້ອງ.

ສອງຝ່າຍໄດ້ເຫັນດີເປັນເອກະພາບກັນ ໃນການຈັດຕັ້ງປະຕິບັດວຽກງານກວດກາ “ປະຕູດຽວ, ຄັ້ງດຽວ” ສະເພາະຂົນສົ່ງຜູ້ໂດຍສານຢູ່ດ່ານສາກົນທາງລົດໄຟ ລາວ-ຈີນ ໂດຍອີງໃສ່ສົນທິສັນຍາ ລະຫວ່າງ ລັດຖະບານ ລາວ-ຈີນ ວ່າດ້ວຍ ດ່ານຊາຍແດນ ແລະ ລະບຽບການຄຸ້ມຄອງດ່ານຊາຍແດນ ສະບັບລົງວັນທີ 23 ສິງຫາ 2011 ແລະ ວ່າດ້ວຍ ການຂົນສົ່ງທາງລົດໄຟຂ້າມຊາຍແດນ ສະບັບລົງວັນທີ 30 ພະຈິກ 2021.

ພາຍຫລັງການນໍາຂັ້ນສູງຂອງທັງສອງຝ່າຍ ໄດ້ລົງນາມໃນສັນຍາແລ້ວ, ຈະເປັນການປະກອບສ່ວນສຳຄັນໃນການອໍານວຍຄວາມສະດວກໃນການບໍລິການ, ຊຸກຍູ້ສົ່ງເສີມການແລກປ່ຽນ ຊື້-ຂາຍສິນຄ້າ, ການລົງທຶນ, ການທ່ອງທ່ຽວຢູ່ພາຍໃນແຂວງພາກເໜືອ ກໍຄື ໃນ ສປປ ລາວ ໃຫ້ມີການຂະຫຍາຍຕົວ ໂດຍສະເພາະ ເປັນປະເທດເຊື່ອມໂຍງພາກພື້ນກັບປະເທດລຸ່ມແມ່ນໍ້າຂອງ, ສ້າງສິ່ງເອື້ອອຳນວຍຄວາມສະດວກໃຫ້ແກ່ພົນລະເມືອງ ສປປ ລາວ, ສປ ຈີນ ແລະ ພົນລະເມືອງປະເທດທີສາມເດີນທາງ ເຂົ້າ-ອອກ ຜ່ານດ່ານສາກົນທາງລົດໄຟ ລາວ-ຈີນ (ບໍ່ເຕັນ-ບໍ່ຫານ) ມີຄວາມສະດວກ ແລະ ວ່ອງໄວກວ່າແຕ່ກ່ອນ.

ສັນຍາສະບັບນີ້, ມີອາຍຸນໍາໃຊ້ 10 ປີ ແລະ ສາມາດຕໍ່ໄດ້ອີກ ໂດຍອັດຕະໂນມັດ ຖ້າກໍລະນີຝ່າຍໃດຝ່າຍໜຶ່ງຢາກຍົກເລີກສັນຍາ ກໍຕ້ອງໄດ້ແຈ້ງໃຫ້ອີກຝ່າຍຊາບກ່ອນລ່ວງໜ້າ 6 ເດືອນກ່ອນອາຍຸສັນຍາຈະສິ້ນສຸດ.

ທີ່ມາ: ຂ່າວສານປະເທດລາວ