ທ່ານ ທຣໍາ ຂູ່ຂຶ້ນພາສີອິນເດຍອີກ ເຫດຊື້ນໍ້າມັນຈາກຣັດເຊຍ ເພີ່ມເຊື້ອໄຟໃຫ້ສົງຄາມອູແກຣນ

ທ່ານ ໂດນັລ ທຣໍາ ປະທານາທິບໍດີອາເມລິກາ ຂູ່ຈະຂຶ້ນພາສີສິນຄ້ານໍາເຂົ້າຈາກອິນເດຍອີກ ເນື່ອງຈາກອິນເດຍຍັງຊື້ນໍ້າມັນຈາກຣັດເຊຍ. ຂະນະທີ່ລັດຖະບານອິນເດຍລະບຸວ່າ: ການໂຈມຕີດັ່ງກ່າວເປັນ “ເລື່ອງບໍ່ສົມເຫດສົມຜົນ” ແລະ ຢືນຢັນຈະປົກປ້ອງຜົນປະໂຫຍດທາງເສດຖະກິດຂອງຕົນເອງ ເຊິ່ງຍິ່ງເຮັດໃຫ້ຄວາມເຄັ່ງຕຶງດ້ານການຄ້າລະຫວ່າງສອງປະເທດເຄັ່ງຕຶງຂຶ້ນ.
ທ່ານ ທຣໍາ ໂພສຂໍ້ຄວາມໃນໂຊຊຽວມີເດຍລະບຸວ່າ: ອິນເດຍບໍ່ພຽງແຕ່ຊື້ປະລິມານນໍ້າມັນຈໍານວນມະຫາສານຈາກຣັດເຊຍ, ແຕ່ຍັງນໍາໄປຂາຍຕໍ່ໃນຕະຫລາດເສລີ ເພື່ອເກັງກໍາໄລຢ່າງມະຫາສານ ໂດຍບໍ່ສົນວ່າຄົນຢູ່ອູແກຣນກໍາລັງຖືກເຄື່ອງຈັກສົງຄາມຂອງຣັດເຊຍຂ້າຕາຍ. ດ້ວຍເຫດນີ້ ຂ້າພະເຈົ້າຈະຂຶ້ນພາສີສິນຄ້າຈາກອິນເດຍເຂົ້າອາເມລິກາ.
ທ່ານ ທຣໍາ ຍັງລະບຸວ່າ: ນັບແຕ່ວັນທີ 8 ສິງຫາ ທ່ານຈະປະກາດມາດຕະການຂວໍ້າບາດຣັດເຊຍຮອບໃໝ່ ລວມທັງປະເທດໃດກໍຕາມທີ່ຍັງຊື້ພະລັງງານຈາກຣັດເຊຍ ຖ້າມົດສະກູບໍ່ສະແດງຄວາມພະຍາຍາມຈະຢຸດສົງຄາມໃນອູແກຣນ ເຊິ່ງດໍາເນີນມາກວ່າ 3 ປີເຄິ່ງ. ເຖິງຢ່າງໃດກໍຕາມ, ທ່ານ ວະລາດິເມຍ ປູຕິນ ປະທານາທິບໍດີຣັດເຊຍ ຍັງບໍ່ມີທ່າທີປ່ຽນຈຸດຍືນໃດໆຕໍ່ຄໍາຂູ່ດັ່ງກ່າວ.
ແຫລ່ງຂ່າວຂອງສໍານັກຂ່າວ Reuters ກ່າວວ່າ: ອິນເດຍຈະຍັງຊື້ນໍ້າມັນຈາກຣັດເຊຍຕໍ່ໄປ ເຖິງວ່າຈະຖືກທ່ານ ທຣໍາ ຂູ່ກໍຕາມ ໂດຍອິນເດຍຜະເຊີນແຮງກົດດັນຈາກປະເທດຕາເວັນຕົກໃຫ້ຮັກສາໄລຍະຫ່າງຈາກຣັດເຊຍ ນັບແຕ່ຣັດເຊຍຮຸກຮານອູແກຣນໃນຕົ້ນປີ 2022, ແຕ່ອິນເດຍຢືນຢັນວ່າມີການພົວພັນກັບຣັດເຊຍຢ່າງຍາວນານ ແລະ ຈໍາເປັນຕ້ອງຄໍານຶງເຖິງຄວາມໝັ້ນຄົງທາງພະລັງງານ ແລະ ເສດຖະກິດ.
ອິນເດຍເປັນປະເທດຜູ້ນໍາເຂົ້ານໍ້າມັນທາງເຮືອຈາກຣັດເຊຍຫລາຍທີ່ສຸດ ໂດຍນັບແຕ່ເດືອນມັງກອນເຖິງເດືອນມິຖຸນາປີນີ້ ອິນເດຍນໍາເຂົ້ານໍ້າມັນປະມານ 1.75 ລ້ານບາເຣລຕໍ່ວັນ ເພີ່ມຂຶ້ນ 1% ຈາກໄລຍະດຽວກັນຂອງປີ 2024.
ເຖິງວ່າອິນເດຍຈະຍື່ນຂໍ້ສະເໜີ “ບໍ່ເກັບພາສີ” ສິນຄ້ານໍາເຂົ້າຈາກອາເມລິກາໄປອິນເດຍ, ແຕ່ທ່ານ ທຣໍາ ເບິ່ງວ່າ: ຂໍ້ສະເໜີດັ່ງກ່າວ ລວມທັງອັດຕາພາສີ 25% ທີ່ອາເມລິກາຈະເກັບຈາກສິນຄ້າອິນເດຍຍັງ “ບໍ່ພຽງພໍ” ພ້ອມຊີ້ວ່າອິນເດຍກໍາລັງເພີ່ມເຊື້ອໄຟໃຫ້ສົງຄາມຢູ່ອູແກຣນ.
ອ້າງອີງ:

