ອິດສະລາແອນຊຸມນຸມໃຫຍ່ ຮຽກຮ້ອງຂໍ້ຕົກລົງຢຸດຍິງ-ປ່ອຍຕົວປະກັນຮາມັດ

             ຊາວອິດສະລາແອນຈໍານວນຫລາຍມາຮ່ວມຊຸມນຸມໃຫຍ່ ຮຽກຮ້ອງໃຫ້ເກີດຂໍ້ຕົກລົງຢຸດຍິງລະຫວ່າງລັດຖະບານອິດສະລາແອນ ແລະ ກຸ່ມຮາມັດ, ພ້ອມຮຽກຮ້ອງໃຫ້ຮາມັດປ່ອຍຕົວປະກັນທັງໝົດກັບປະເທດ ພາຍຫລັງການສູ້ຮົບລະຫວ່າງທັງສອງຝ່າຍດໍາເນີນມາເກືອບ 2 ປີ.

            ຕາມລາຍງານຂອງ Haaretz ການປະທ້ວງນີ້ຈັດໂດຍ Hostages’ Families Forum ເພື່ອຕອບໂຕ້ວິດີໂອທີ່ກຸ່ມຮາມັດ ແລະ ອິດສະລາມຍິຮາດເຜີຍແຜ່ໃນມໍ່ໆມານີ້ ເຊິ່ງເປັນຮູບຂອງທ່ານ ເອບຢາຕາ ດາວິດ ແລະ ທ່ານ ຣອມ ບຣາສລາບສກີ ຕົວປະກັນທີ່ຍັງຖືກກຸ່ມຮາມັດຈັບໄວ້ ເຊິ່ງມີສະພາບຮ່າງກາຍ ແລະ ຈິດໃຈຊຸດໂຊມຢ່າງໜັກ.

             ນ້ອງສາວຂອງທ່ານ ເອບຢາຕາ ກ່າວວ່າ: ເຮົາຂໍຮຽກຮ້ອງໃຫ້ລັດຖະບານອິດສະລາແອນ, ປະຊາຊົນອິດສະລາແອນ, ປະເທດຕ່າງໆທົ່ວໂລກ ແລະ ປະທານາທິບໍດີອາເມລິກາ ເຮັດທຸກວິທີເພື່ອຊ່ວຍຊີວິດຂອງທ່ານ ເອບຢາຕາ ແລະ ຕົວປະກັນຄົນອື່ນໆ ພ້ອມທັງໃຫ້ຕົວປະກັນເຫລົ່ານີ້ໄດ້ຮັບການຊ່ວຍເຫລືອທາງການແພດ ແລະ ອາຫານໂດຍໄວ.

ອ້າງອີງ:

https://www.theguardian.com/world/2025/aug/03/israel-gaza-war-hamas-releases-second-video-of-hostage