ຫວຽດນາມຢືນຢັນຍັງພະຍາຍາມເຈລະຈາ ເຖິງວ່າອາເມລິກາປິດຂໍ້ຕົກລົງພາສີໃນລະດັບ 20%

ລັດຖະບານຮາໂນ້ຍເປີດເຜີຍວ່າ: ຍັງມີຄວາມພະຍາຍາມຫາລືເລື່ອງພາສີກັບອາເມລິກາ ເຖິງວ່າອີກຝ່າຍສະຫລຸບຂໍ້ຕົກລົງການຄ້າໄປແລ້ວ ໃນອັດຕາພາສີ 20% ສໍາລັບຫວຽດນາມ.
ກະຊວງອຸດສາຫະກໍາ ແລະ ການຄ້າຂອງຫວຽດນາມອອກຖະແຫລງການວ່າ: ຫວຽດນາມຈະຍັງເດີນໜ້າເຈລະຈາການຄ້າກັບລັດຖະບານວໍຊິງຕັນ ເພື່ອສະຫລຸບຂໍ້ຕົກລົງການຄ້າແບບຕ່າງຕອບແທນບົນພື້ນຖານຂອງການເປີດກວ້າງ, ຄວາມເທົ່າທຽມ, ການເຄົາລົບເຊິ່ງກັນ ແລະ ກັນ ແລະ ການຄໍານຶງເຖິງລະດັບການພັດທະນາຂອງແຕ່ລະປະເທດ.
ທັງນີ້, ອາເມລິກາຫລຸດການຈັດເກັບພາສີອາກອນຕໍ່ສິນຄ້າຫວຽດນາມຈາກ 46% ເຫລືອ 20% ພາຍໃຕ້ຄໍາສັ່ງຝ່າຍບໍລິຫານສະບັບໃໝ່ ທີ່ລົງນາມໂດຍປະທານາທິບໍດີ ໂດນັລ ທຣໍາ ເຊິ່ງແກ້ໄຂອັດຕາການເກັບພາສີອາກອນຕໍ່ຄູ່ຄ້າ 69 ປະເທດ ແລະ ພາກພື້ນ.
ຫວຽດນາມ ແລະ ອາເມລິກາ ຈັດການເຈລະຈາການຄ້າລະດັບສູງຫລາຍຮອບ ນັບແຕ່ເດືອນເມສາປີນີ້ ເພື່ອສ້າງຄວາມກ້າວໜ້າດ້ານພາສີອາກອນ, ການຄ້າດິຈີຕອນ ແລະ ອື່ນໆ ຜ່ານກອງປະຊຸມໂດຍກົງ ແລະ ການຫາລືທາງອອນລາຍ.

