ສະຫວັນນະເຂດ ມອບເງິນອຸດໜູນນະໂຍບາຍຕໍ່ຜູ້ມີຜົນງານ ແລະ ຄຸນງາມຄວາມດີຕໍ່ປະເທດຊາດ

ວັນທີ 31 ກໍລະກົດ 2025 ຜ່ານມານີ້ ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງສະຫວັນນະເຂດ ມອບເງິນນະໂຍບາຍຕໍ່ຜູ້ມີຜົນງານ ແລະ ຄຸນງາມຄວາມດີໃນພາລະກິດຮັບໃຊ້ການປະຕິວັດຊາດ ປະຊາທິປະໄຕ ຕາມດໍາລັດເລກທີ 272/ລບ ປະຈໍາປີ 2024 ແລະ ຜ່ານຂໍ້ຕົກລົງໄດ້ຮັບນະໂຍບາຍ 2025 ໂດຍການເປັນປະທານຂອງທ່ານ ນາງ ພາວັນ ບົວ ຫຼວງລາດ ກໍາມະການພັກແຂວງ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງສະຫວັນນະເຂດ.
ທ່ານ ນາງ ເວິນຄຳ ເພັດພະໄຊ ຫົວໜ້າຂະແໜງ ໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມວ່າ ດ້ວຍການອະນຸມັດເງິນອຸດໜູນ ເທື່ອດຽວຜູ້ຍັງມີຊີວິດໃນງວດທີ II ປະຈໍາປີ 2025 ໂດຍຕົກລົງ: ອະນຸມັດເງິນອຸດໜູນເທື່ອດຽວໃຫ້ຜູ້ທີ່ຍັງມີຊີວິດ ໃນງວດທີ II ປະຈໍາປີ 2025 ໃຫ້ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງສະຫວັນນະເຂດ ຈໍານວນ 34 ທ່ານ ຍິງ 9 ທ່ານ ເປັນເງິນທັງໝົດ 559,403,100 ກີບ, ພ້ອມຂໍ້ຕົກລົງ ວ່າດ້ວຍການອະນຸມັດເງິນອຸດໜູນ ເສຍສະຫຼະຊີວິດໃນງວດ II ປະ ຈໍາປີ 2025 ໂດຍຕົກລົງອະນຸມັດ ເງິນອຸດໜູນເສຍສະຫຼະຊີວິດໃຫ້ ຈໍານວນ 32 ທ່ານ ຍິງ 03 ທ່ານ ເປັນເງິນທັງໝົດ 706,716,000 ກີບ.

