ການາດາ ຜິດຫວັງ ຖືກອາເມລິກາຂຶ້ນພາສີເປັນ 35% ເດີນໜ້າຫາຕະຫລາດໃໝ່

ຜູ້ນໍາການາດາ “ເສຍໃຈ” ຕໍ່ມາດຕະການພາສີຂອງລັດຖະບານອາເມລິກາ ທັງທີ່ມີຂໍ້ຕົກລົງການຄ້າເສລີຮ່ວມກັນ ແລະ ຢືນຢັນຈະເດີນໜ້າຊອກຫາຊ່ອງທາງໃໝ່ໃຫ້ສິນຄ້າຂອງການາດາ.
ທໍານຽບລັດຖະບານການາດາເຜີຍແຜ່ຖະແຫລງການຂອງນາຍົກລັດຖະມົນຕີ ມາກ ຄານີ ວ່າ: “ຜິດຫວັງ” ຕໍ່ປະທານາທິບໍດີ ໂດນັລ ທຣໍາ ຜູ້ນໍາອາເມລິກາ ລົງນາມໃນຄໍາສັ່ງຝ່າຍບໍລິຫານ ຂຶ້ນພາສີສິນຄ້າຂອງການາດາຈາກ 25% ເປັນ 35% ແລະ ສິນຄ້າໃສ່ສິດອາດຜະເຊີນອັດຕາພາສີ 40% ໂດຍໃຫ້ມີຜົນນັບແຕ່ວັນທີ 1 ສິງຫານັ້ນ.
ເຖິງຢ່າງໃດກໍຕາມ, ການທີ່ສິນຄ້າສ່ວນຫລາຍທີ່ສົ່ງອອກຈາກການາດາມາອາເມລິກາຢູ່ພາຍໃຕ້ເງື່ອນໄຂຂອງຂໍ້ຕົກລົງການຄ້າເສລີໄຕພາຄີ ອາເມລິກາ-ແມັກຊິກ-ການາດາ (USMCA) ທ່ານ ຄານີ ຈຶ່ງຍັງເຊື່ອໝັ້ນວ່າ: ຜົນກະທົບທີ່ຈະເກີດຂຶ້ນຕໍ່ເສດຖະກິດຂອງການາດາຈະບໍ່ຮຸນແຮງເປັນວົງກວ້າງ.
ທັງນີ້, ອຸດສາຫະກໍາເຫລັກ, ເຫລັກກ້າ, ອາລູມີນຽມ, ໄມ້ແປຮູບ ແລະ ລົດຍົນ ຂອງການາດາຍັງໄດ້ຮັບຜົນກະທົບຢ່າງໜັກ ຈາກມາດຕະການພາສີຂອງອາເມລິກາ ເຊິ່ງທ່ານ ຄານີ ຢືນຢັນວ່າ: ພາກລັດຈະຍັງຊ່ວຍເຫລືອຢ່າງເຕັມກໍາລັງ ເພື່ອປົກປ້ອງຕໍາແໜ່ງງານຂອງຊາວການາດາ ແລະ ຈະເລັ່ງສະແຫວງຫາຕະຫລາດອື່ນແທນ.

