ນາຍົກລັດຖະມົນຕີ ເຄື່ອນໄຫວຢ້ຽມຢາມ ປະຊາຊົນຖືກຜົນກະທົບຈາກນໍ້າຖ້ວມ ຢູ່ເມືອງຊຽງຮ່ອນ ໄຊຍະບູລີ

ຂ່າວແຂວງໄຊຍະບູລີ ລາຍງານວ່າ: ວັນທີ 30 ກໍລະກົດ 2025 ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປລາວ ພ້ອມຄະນະເຄື່ອນໄຫວຢ້ຽມຢາມເມືອງ ຊຽງຮ່ອນ ແຂວງ ໄຊຍະບູລີ, ມີ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ, ທ່ານ ແສງອາທິດ ລາວເບຼຍຢາທໍ່ ເລຂາພັກເມືອງ ຊຽງຮ່ອນ, ມີການນໍາຂອງແຂວງ ແລະ ການນໍາຂອງເມືອງໃຫ້ການຕ້ອນຮັບຢ່າງອົບອຸ່ນ.
ທ່ານ ແສງອາທິດ ລາວເບຼ່ຍຢ່າທໍ່ ເລຂາພັກເມືອງໆຊຽງຮ່ອນ ລາຍງານວ່າ: ເມືອງຊຽງຮ່ອນໄດ້ຮັບຜົນກະທົບຈາກໄພພິບັດ 2 ຄັ້ງຄື:
ຄັ້ງທີ 1: ວັນທີ 16-17 ກໍລະກົດ 2025 ໄດ້ເກີດຝົນຕົກໜັກເຮັດໃຫ້ມີນໍ້າໄຫຼສຊຸ ແລະ ໄຫຼຍື່ງຖ້ວມເຮືອນ, ພື້ນຖານໂຄງລ່າງ ແລະ ພື້ນທີ່ທໍາການຜະລິດຂອງປະຊາຊົນພາຍໃນເມືອງຊຽງຮ່ອນ ທັງໝົດ 30 ບ້ານ 1,877 ຄອບຄົວ, ຈໍານວນພົນ 9.051 ຄົນ ຍິງ 4,416 ຄົນ, ມູນຄ່າເສຍຫາຍທັງໝົດ 17.7 ຕື້ກວ່າກີບ.
ຄັ້ງທີ 2: ວັນທີ 22-23 ກໍລະກົດ 2025 ໄດ້ຮັບຜົນກະທົບຈາກພາຍຸວິພາ ເຮັດໃຫ້ທີ່ຢູ່ອາໄສ, ພື້ນຖານໂຄງລ່າງ ໄດ້ຮັບຜົນກະທົບທັງໝົດ 4.6 ຕື້ກວ່າກີບ.
ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມຕໍ່ພະນັກງານຂອງເມືອງ ແລະ ປະຊາຊົນ ພ້ອມທັງໄດ້ມອບເຄື່ອງອຸປະໂພກ-ບໍລິໂພກ ແລະ ຄອມພີມເຕີຕັ້ງໂຕະຈໍານວນ 1 ຊຸດ ເພື່ອນໍາໃຊ້ເຂົ້າໃນວຽກງານຢູ່ຫ້ອງການຕາແສງ.
