ນາໆຊາດຍິນດີ ໄທ-ກໍາປູເຈຍ ຢຸດຍິງ ຢໍ້າທຸກຝ່າຍເຄົາລົບ ແລະ ປະຕິບັດຕາມຂໍ້ຕົກລົງ

ຫລາຍປະເທດ ແລະ ອົງກອນສາກົນ ສະແດງທ່າທີພາຍຫລັງ ໄທ ແລະ ກໍາປູເຈຍ ບັນລຸຂໍ້ຕົກລົງຢຸດຍິງ ພາຍຫລັງການເຈລະຈາຢູ່ມາເລເຊຍໃນວັນທີ 28 ກໍລະກົດ.
ໂດຍທ່ານ ອັນໂຕນິໂອ ກູເຕີເຣສ ເລຂາທິການສະຫະປະຊາຊາດ ອອກຖະແຫລງການຍິນດີຕໍ່ຂໍ້ຕົກລົງຢຸດຍິງລະຫວ່າງ ກໍາປູເຈຍ ແລະ ໄທ ໂດຍຊີ້ວ່າ: “ເປັນບາດກ້າວສໍາຄັນໃນການຢຸດຄວາມຂັດແຍ່ງ ແລະ ຫລຸດຜ່ອນຄວາມເຄັ່ງຕຶງໃນປັດຈຸບັນ”. ພ້ອມທັງຮຽກຮ້ອງໃຫ້ທັງສອງປະເທດເຄົາລົບຂໍ້ຕົກລົງຢຸດຍິງຢ່າງເຕັມສ່ວນ ແລະ ສ້າງສະພາບແວດລ້ອມທີ່ເອື້ອອໍານວຍຕໍ່ການແກ້ໄຂບັນຫາໄລຍະຍາວ ແລະ ບັນລຸສັນຕິພາບທີ່ຍືນຍົງ.
ກໍາປູເຈຍ ແລະ ໄທ ເປັນສະມາຊິກສໍາຄັນຂອງອາຊຽນ ໃນໄລຍະບໍ່ເທົ່າໃດວັນຜ່ານມາ ອາຊຽນໄດ້ຊຸກຍູ້ການຢຸດຍິງລະຫວ່າງ ກໍາປູເຈຍ ແລະ ໄທ ຢ່າງແຂງແຮງ. ຈີນຂໍຊື່ນຊົມ ແລະ ຍິນດີຕໍ່ທຸກຄວາມພະຍາຍາມທີ່ເອື້ອອໍານວຍຕໍ່ການແກ້ໄຂສະຖານະການ ຈີນຈະຍຶດໝັ້ນໃນຈຸດຢືນທີ່ມີຄວາມເປັນກາງ ແລະ ເປັນທໍາ ຈະຍັງສື່ສານກັບກໍາປູເຈຍ ແລະ ໄທຢ່າງໃກ້ຊິດ, ຊຸກຍູ້ການເຈລະຈາຢ່າງແຂງແກ່ນ ແລະ ສະແດງບົດບາດທາງສ້າງສັນໃນການຊຸກຍູ້ໃຫ້ຢຸດຍິງ ແລະ ຢຸດການສູ້ຮົບກັນ” ໂຄສົກກະຊວງການຕ່າງປະເທດກ່າວ.
ທ່ານ ນາງ ແຄດເທີລິນ ເວສ ລັດຖະມົນຕີດ້ານກິດຈະການອິນໂດ-ປາຊີຟິກ ກະຊວງການຕ່າງປະເທດ ແລະ ການພັດທະນາແຫ່ງອັງກິດ ກ່າວວ່າ: “ອັງກິດຍິນດີຕໍ່ຂໍ້ຕົກລົງຢຸດຍິງລະຫວ່າງ ໄທ ແລະ ກໍາປູເຈຍ ໂດຍມີນາຍົກລັດຖະມົນຕີ ອັນວາ ອິບຣາຮິມ ເປັນເຈົ້າພາບການເຈລະຈາ ແລະ ການສະໜັບສະໜູນຈາກປະທານາທິບໍດີ ທຣໍາ”. ພ້ອມເນັ້ນວ່າ: ຂໍ້ຕົກລົງຢຸດຍິງດັ່ງກ່າວ “ຖືເປັນບາດກ້າວສໍາຄັນສູ່ສັນຕິພາບ” ແລະ “ທຸກຝ່າຍຈະຕ້ອງເຄົາລົບ ແລະ ປະຕິບັດຕາມຂໍ້ຕົກລົງຢຸດຍິງນີ້”.
ສ່ວນທ່ານ ກາຍາ ກັລລໍາ ຜູ້ແທນລະດັບສູງຂອງສະຫະພາບເອີຣົບດ້ານການຕ່າງປະເທດ ແລະ ນະໂຍບາຍຄວາມໝັ້ນຄົງ ແລະ ຮອງປະທານຄະນະກໍາມາທິການເອີຣົບ (HR/VP) ລະບຸວ່າ: “ຂໍ້ຕົກລົງຢຸດຍິງລະຫວ່າງກໍາປູເຈຍ ແລະ ໄທຖືເປັນຄວາມກ້າວໜ້າຄັ້ງສໍາຄັນ ຫລັງເກີດການປະທະກັນຫລາຍວັນຢ່າງດຸເດືອດ ຈໍາເປັນຢ່າງຍິ່ງທີ່ທັງສອງປະເທດຈະຕ້ອງປະຕິບັດຕາມຂໍ້ຕົກລົງນີ້ດ້ວຍຄວາມຈິງໃຈ” ພ້ອມສະແດງຄວາມຂອບໃຈມາເລເຊຍໃນຖານະປະທານອາຊຽນທີ່ຊ່ວຍອໍານວຍຄວາມສະດວກໃນຂະບວນການເຈລະຈາ.
ອ້າງອີງ:

