ບ້ານພຽງຫົ່ງ ເມືອງໜອງແຮດເສຍຫາຍ ຫລາຍກວ່າ 40 ຕື້ກີບ

ທ່ານ ວຽງໄຊ ສີວິໄລ ຮອງປະທານສະພາປະຊາຊົນແຂວງຊຽງຂວາງ ພ້ອມດ້ວຍຄະນະກຳມະການຄຸ້ມຄອງໄພພິບັດ ຂັ້ນແຂວງ, ເມືອງ ແລະ ປກຊ ລົງກວດກາພື້ນທີ່ຕົວຈິງ ເພື່ອປະເມີນຜົນເສຍຫາຍຈາກໄພພິບັດນ້ຳຖ້ວມ ຢູ່ບ້ານພຽງຫົ່ງ ເມືອງໜອງແຮດ ແຂວງຊຽງຂວາງ ໃນລະຫ່ວາງວັນທີ 27-28 ກໍລະກົດ 2025.
ທ່ານ ທອງບົວ ໄມຄຳບຸນ ແນວໂຮມບ້ານພຽງຫົ່ງ ໄດ້ລາຍງານວ່າ: ໃນຕອນແລງຂອງວັນທີ 22 ກໍລະກົດ 2025 ເວລາປະມານ 18:00 ໂມງ ທາງແນວໂຮມບ້ານ ໄດ້ແຈ້ງຜ່ານໂທລະໂຄ່ງບ້ານ ໃຫ້ປະຊາຊົນຮັບມືກັບໄພນ້ຳຖ້ວມ ໃຫ້ຮີບຮ້ອນຍົກຍ້າຍເຄື່ອງຂອງຂຶ້ນບ່ອນສູງ ຫລັງຈາກນັ້ນເວລາ 19 ໂມງ 30 ນາທີ ໄດ້ເກີດມີນ້ຳນອງຖ້ວມບ້ານ ໄຫລຊຸເຮືອນຊານຂອງປະຊາຊົນຢ່າງໄວວາ ໂດຍຕັ້ງໂຕບໍ່ທັນ ເຮັດໃຫ້ຊັບສິນ, ເຮືອນຊານ, ສັດລ້ຽງຂອງປະຊາຊົນໄດ້ເສຍຫາຍໝົດ ຈາກການເກັບກຳຂໍ້ມູນເບື້ອງຕົ້ນ ຜົນເສຍຫາຍຄັ້ງນີ້ມີ: ທົ່ວບ້ານພຽງຫົ່ງມີ 113 ຄອບຄົວ, ມີ 67 ຄອບຄົວ, ມີ 78 ຫລັງຄາເຮືອນ, ມີ 338 ຄົນ ໃນນີ້, ຄອບຄົວທີ່ເສຍຫາຍ 100% ມີ 41 ຄອບຄົວ ມີ 52 ຫລັງຄາເຮືອນ, ເສຍຫາຍ 50% ມີ 26 ຄອບຄົວ, ມີ 26 ຫລັງຄາເຮືອນ, ລົດໃຫຍ່ເສຍຫາຍ 15 ຄັນ, ລົດຈັກ 42 ຄັນ. ນອກນີ້, ຍັງມີເລົ້າເຂົ້າ, ຮ້ານຂາຍເຄື່ອງຕ່າງໆ ແລະ ອື່ນໆອີກ ລວມມູນຄ່າຄວາມເສຍຫາຍເບື້ອງຕົ້ນ 40 ຕື້ກວ່າກີບ ສະເພາະຄວາມເສຍຫາຍທີ່ຢູ່ອາໄສຂອງປະຊາຊົນ. ພ້ອມນີ້, ຍັງມີຂົວນ້ຳເນີນ 1 ແຫ່ງ, ຂົວອູ່ 1 ແຫ່ງ, ໝໍ້ແປງໄຟຟ້າ, ເສົາໄຟ, ສາຍໄຟ, ເສັ້ນທາງ ແລະ ອື່ນໆ.

ທ່ານ ບຸນເຮືອງ ສຸລິໄຊ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການ-ສັງຄົມ ຮອງປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ ໄດ້ໃຫ້ສຳພາດວ່າ: ບ້ານພຽງຫົ່ງ ແມ່ນມີຜົນເສຍຫາຍຫລາຍສົມຄວນ ທັງຊັບສິນຂອງປະຊາຊົນ ແລະ ຊັບສິນຂອງລັດ ເນື່ອງຈາກນ້ຳໄດ້ຖ້ວມໃນເວລາກາງຄືນ ເຮັດໃຫ້ການຮັບມື ແມ່ນມີຄວາມຫຍຸ້ງຍາກຫລາຍ ການນຳແຂວງກໍຮິບຮ້ອນໃຈ ເລັ່ງໃຫ້ການຊ່ວຍເຫລືອ, ເນື່ອງຈາກວ່າເສັ້ນທາງເຂົ້າຫາບ້ານຖືກຕັດຂາດຫລາຍຈຸດ ຈຶ່ງໄດ້ປະສານນຳກອງທັບອາກາດ ເພື່ອຈັດສົ່ງເຄື່ອງບັນເທົາທຸກໃຫ້ທັນເວລາ ແຕ່ຟ້າບໍ່ເອື້ອອຳນວຍ ຈຶ່ງເຮັດໃຫ້ການເຂົ້າຊ່ວຍເຫລືອຊັກຊ້າ ໃນວັນທີ 25 ກໍລະກົດ ຜ່ານມາ ຈຶ່ງໄດ້ເຂົ້າເຖິງບ້ານດ້ວຍເຮືອບິນ 1 ຖ້ຽວ. ການຊ່ວຍເຫລືອສຸກເສີນເບື້ອງຕົ້ນ ແມ່ນໄດ້ນຳເອົາຢາປົວພະຍາດ, ເຂົ້າສານ, ເຄື່ອງກໍ່ສ້າງ, ເຄື່ອງໃຊ້ຄົວເຮືອນ, ເຄື່ອງນຸ່ງຫົ່ມ ແລະ ເຄື່ອງອຸປະໂພກ- ບໍລິໂພກ ລວມມູນຄ່າ 120 ລ້ານກີບ, ເຊິ່ງໄດ້ນຳໃຊ້ເຮືອບິນ ເພື່ອຈັດສົ່ງ-ມອບເຄື່ອງດັ່ງກ່າວໃຫ້ເຖິງມືພໍ່ແມ່ປະຊາຊົນ ຈຳນວນ 4 ຖ້ຽວ. ນອກນີ້, ບໍລິສັດເຂື່ອນໄຟຟ້ານ້ຳເນີນ 1 ແລະ ບໍລິສັດຊີ 47 (C47) ທີ່ຮັບເໝົາກໍ່ສ້າງເຂື່ອນ ທີ່ພວມດຳເນີນການກໍ່ສ້າງເຂື່ອນໄຟຟ້າຢູ່ນ້ຳເນີນ ໄດ້ໃຫ້ການຊ່ວຍເຫລືອເຂົ້າສານ, ການຟື້ນຟູ, ພາຫະນະຮັບໃຊ້ ແລະ ອື່ນໆອີກຈຳນວນໜຶ່ງ. ປັດຈຸບັນນີ້, ຂະແໜງການກ່ຽວຂ້ອງຂອງແຂວງຊຽງຂວາງພວມເລັ່ງສ້ອມແປງທາງ ເພື່ອການຊ່ວຍເຫລືອໃຫ້ເຂົ້າເຖິງໄດ້ຫລາຍເສັ້ນທາງ ວ່ອງໄວຕື່ມອີກ.

ທີ່ມາ: ໜັງສືພິມຊຽງຂວາງມີໄຊ

