ຈະລາຈອນ ເມືອງບາຈຽງຈະເລີນສຸກ ສຶກສາອົບຮົມກຸ່ມໄວໜຸ່ມ 10 ຄົນ ຂີ່ລົດສຽງດັງ

ຂ່າວກອງບັນຊາການ ປກສ ແຂວງຈຳປາສັກ ລາຍງານວ່າ: ວັນທີ 25 ກໍລະກົດ 2025 ຜ່ານມາ ທ່ານ ພັຕ ພອນສະຫວັນ ລິນສາລີ ຮອງພະແນກຕຳຫຼວດ ປກສ ເມືອງບາຈຽງຈະເລີນສຸກ, ພ້ອມດ້ວຍພະນັກງານວິຊາສະເພາະ ໄດ້ສຶກສາອົບຮົມໄວໜຸ່ມ 10 ຄົນທີ່ ຕັ້ງກຸ່ມແກ້ງຂີ່ລົດໃຊ້ສຽງດັງ ແລະ ດັດແປງສະພາບເຕັກນິກລົດ.
ທ່ານ ພັຕ ພອນສະຫວັນ ລິນສາລີ ໄດ້ເນັ້ນຕໍ່ຜູ້ທີ່ຖືກສຶກສາອົບຮົມໃນຄັ້ງນີ້ ໃຫ້ຮັບຮູ້ ແລະ ເຂົ້າໃຈເຖິງຜົນຮ້າຍ ແລະ ໄພອັນຕະລາຍ ພາໃຫ້ເກີດອຸປະຕິເຫດທີ່ສົ່ງຜົນກະທົບຕໍ່ຕົນເອງ, ຄອບຄົວ ແລະ ຕໍ່ສັງຄົມ ພ້ອມເຮັດບົດບັນທຶກເພື່ອບໍ່ໃຫ້ພວກກ່ຽວກັບມາກະທຳຜິດອີກ ແລະ ລົດຈັກຈຳນວນ 11 ຄັນ ຄືນໃຫ້ພໍ່ແມ່ຜູ້ປົກຄອງນຳໄປສຶກສາອົບຮົມ ແລະສ້ອມແປງລົດຄັນດັ່ງກ່າວກັບສູ່ສະພາບເດີມຕື່ມອີກ.

