Trump ຮຽກຮ້ອງກຳປູເຈຍ-ໄທຢຸດຍິງທັນທີ ພ້ອມຂູ່ຈະໃຊ້ມາດຕະການພາສີ 36% ແລະ ຢຸດເຈລະຈາຖ້າບໍ່ມີສັນຕິພາບ

ວັນທີ 26 ກໍລະກົດ 2025 ຜ່າມນານີ້ ທ່ານ ໂດນັລ ທຣຳ  ປະທານາທິບໍດີສະຫະລັດ ໄດ້ອອກມາຮຽກຮ້ອງຜ່ານ Truth Social ວ່າ: ໃຫ້ກຳປູເຈຍແລະໄທຢຸດຍິງກັນທັນທີ ທ່າມກາງຄວາມຂັດແຍ້ງຊາຍແດນທີ່ຮຸນແຮງຂຶ້ນຢູ່ບໍລິເວນຜາສາດຕາເມືອນທົມ, ເຊິ່ງເລີ່ມຕົ້ນຕັ້ງແຕ່ວັນທີ 24 ກໍລະກົດ 2025. ຄວາມຂັດແຍ້ງດັ່ງກ່າວໄດ້ສົ່ງຜົນໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 33 ຄົນ, ບາດເຈັບຫຼາຍຮ້ອຍຄົນ ແລະປະຊາຊົນກວ່າ 168,000 ຄົນຕ້ອງອົບພະຍົບຈາກພື້ນທີ່ຊາຍແດນ.

ໂດນັລ ທຣຳ ກ່າວວ່າລາວໄດ້ສົນທະນາທາງໂທລະສັບກັບນາຍົກລັດຖະມົນຕີກຳປູເຈຍ ຮຸນ ມາເນັດ ແລະຜູ້ປະຕິບັດໜ້າທີ່ນາຍົກລັດຖະມົນຕີໄທ ທ່ານ ພູມທຳ ເວດຊະຍະໄຊ, ຊຸກຍູ້ໃຫ້ທັງສອງຝ່າຍພົບປະເຈລະຈາເພື່ອສ້າງສັນຕິພາບ. ທ່ານໄດ້ເນັ້ນຢ້ຳວ່າທັງສອງປະເທດໄດ້ຕົກລົງທີ່ຈະຈັດການປະຊຸມຮ່ວມກັນໃນທັນທີເພື່ອບັນລຸການຢຸດຍິງ ແລະ ສັນຕິພາບທີ່ຍືນຍົງ. ໃນໂພສຂອງ Trump ຍັງໄດ້ປຽບທຽບຄວາມຂັດແຍ້ງນີ້ກັບການໄກ່ເກ່ຍທີ່ເຄີຍປະສົບຄວາມສຳເລັດຂອງສະຫະລັດໃນຄວາມຂັດແຍ້ງລະຫວ່າງອິນເດຍ-ປາກິສຖານໃນຕົ້ນປີ 2025, ໂດຍກ່າວວ່າລາວພະຍາຍາມ “ເຮັດໃຫ້ສະຖານະການທີ່ສັບສົນງ່າຍຂຶ້ນ”

ນອກຈາກນີ້, Trump ໄດ້ຂົ່ມຂູ່ວ່າສະຫະລັດຈະບໍ່ດຳເນີນການເຈລະຈາທາງການຄ້າກັບກຳປູເຈຍຫຼືໄທຈົນກວ່າຄວາມຂັດແຍ້ງດັ່ງກ່າວຈະສິ້ນສຸດລົງ. ລາວຍັງປະກາດວ່າພາສີ 36% ຈະຖືກບັງຄັບໃຊ້ຕໍ່ສິນຄ້າຈາກທັງສອງປະເທດນີ້ຕັ້ງແຕ່ວັນທີ 1 ສິງຫາ 2025, ຖ້າບໍ່ມີຂໍ້ຕົກລົງຢຸດຍິງຖືກບັນລຸ. Trump ກ່າວວ່າ “ຂ້ອຍບໍ່ຕ້ອງການເຮັດຂໍ້ຕົກລົງການຄ້າກັບປະເທດໃດທີ່ກຳລັງຕໍ່ສູ້ກັນ,” ແລະ ສະແດງຄວາມຄາດຫວັງວ່າທັງກຳປູເຈຍ ແລະ ໄທຈະສາມາດ “ເຂົ້າກັນໄດ້ດີເປັນເວລາຫຼາຍປີຂ້າງໜ້າ” ຫຼັງຈາກບັນລຸສັນຕິພາບ.

ຄວາມຂັດແຍ້ງຊາຍແດນລະຫວ່າງກຳປູເຈຍແລະໄທໄດ້ສ້າງຄວາມກັງວົນຢ່າງກວ້າງຂວາງໃນພາກພື້ນ, ໂດຍສະເພາະໃນປະເທດໄກ້ຄຽງ ຢ່າງ ສປປ ລາວ ເຮົາ, ທີ່ມີຊາຍແດນຕິດກັບທັງສອງປະເທດ. ປະຊາຊົນລາວຕ່າງຕິດຕາມສະຖານະການຢ່າງໃກ້ຊິດ, ຍ້ອນຄວາມສ່ຽງທີ່ອາດຈະສົ່ງຜົນກະທົບຕໍ່ສະຖຽນລະພາບໃນພາກພື້ນ ແລະ ການຄ້າຂາຍຂອງປະເທດ.