ຝຣັ່ງກຽມຮັບຮອງປາແລັສຕິນເປັນປະເທດ ອາເມລິກາ-ອິດສະລາແອນປະນາມໜັກ

ປະທານາທິບໍດີ ເອັມມານູເອລ ມາຄຣົງ ກ່າວໃນວັນທີ 24 ກໍລະກົດວ່າ: ຝຣັ່ງມີຈຸດປະສົງຈະຮັບຮອງການເປັນລັດຂອງປາແລັສຕິນໃນເດືອນກັນຍາ ຢູ່ກອງປະຊຸມສະມັດຊາໃຫຍ່ແຫ່ງສະຫະປະຊາຊາດ ທ່າມກາງຄວາມຫວັງວ່າສັນຕິພາບຈະເກີດຂຶ້ນໃນດິນແດນຕາເວັນອອກກາງ, ແຕ່ຂະນະດຽວກັນໄດ້ສ້າງສຽງວິພາກວິຈານຢ່າງຮຸນແຮງຈາກອິດສະລາແອນ ແລະ ອາເມລິກາ.
ທ່ານ ມາຄຣົງ ໂພສຮູບຈົດໝາຍທີ່ສົ່ງເຖິງທ່ານ ມະໝູດ ອັບບາສ ປະທານາທິບໍດີປາແລັສຕິນ ຜ່ານທາງ X ຢືນຢັນເຈດຕະນາຂອງຝຣັ່ງທີ່ຈະຮັບຮອງປາແລັສຕິນໃນຖານະລັດ ແລະ ຈະເດີນໜ້າຊັກຊວນໃຫ້ປະເທດພັນທະມິດອື່ນໆເຫັນພ້ອມນໍາ.
ເຖິງຢ່າງໃດກໍຕາມ, ການເຄື່ອນໄຫວດັ່ງກ່າວໄດ້ສ້າງຄວາມບໍ່ພໍໃຈຕໍ່ອິດສະລາແອນ ແລະ ອາເມລິກາຢ່າງໜັກ ໂດຍທ່ານ ເບັນຈາມິນ ເນທັນຢາຮູ ນາຍົກລັດຖະມົນຕີອິດສະລາແອນ ປະນາມຝຣັ່ງເຊິ່ງເປັນໜຶ່ງໃນພັນທະມິດທີ່ໃກ້ຊິດທີ່ສຸດຂອງອິດສະລາແອນ ແລະ ເປັນສະມາຊິກ G7 ໂດຍລະບຸວ່າ: ການຕັດສິນໃຈແບບນີ້ຖືເປັນການສະໜັບສະໜູນການກໍ່ການຮ້າຍ ແລະ “ມີຄວາມສ່ຽງຈະສ້າງຕົວແທນຂອງອີຣານເພີ່ມ”.
ທ່ານ ອິດສະລາແອນ ຄັດ ລັດຖະມົນຕີກະຊວງປ້ອງກັນປະເທດອິດສະລາແອນ ກ່າວເຖິງການເຄື່ອນໄຫວຄັ້ງນີ້ວ່າເປັນ “ຄວາມເຊື່ອມເສຍ ແລະ ເປັນການຍອມຈໍານົນຕໍ່ການກໍ່ການຮ້າຍ”. ພ້ອມກ່າວວ່າ: ອິດສະລາແອນຈະບໍ່ອະນຸຍາດໃຫ້ຈັດຕັ້ງອົງກອນປາແລັສຕິນທີ່ອາດເປັນອັນຕະລາຍຕໍ່ຄວາມໝັ້ນຄົງຂອງອິດສະລາແອນ ລວມທັງເຮັດໃຫ້ເກີດອັນຕະລາຍຕໍ່ການດໍາລົງຢູ່ຂອງປະເທດ.
ສໍາລັບການເຄື່ອນໄຫວຂອງອາເມລິກາ, ທ່ານ ມາໂກ ຣູບິໂອ ລັດຖະມົນຕີກະຊວງການຕ່າງປະເທດ ກ່າວວ່າ: ອາເມລິກາປະຕິເສດຢ່າງໜັກຕໍ່ແຜນຂອງທ່ານ ມາຄຣົງ ທີ່ຈະຮັບຮອງລັດປາແລັສຕິນໃນກອງປະຊຸມສະມັດຊາໃຫຍ່ແຫ່ງສະຫະປະຊາຊາດ.
ອ້າງອີງ:

