ແມ່ຍິງລາວບັນດາເຜົ່າ ຄືກຳລັງແຮງທີ່ສຳຄັນໃນທຸພາລະກິດຂອງຊາດ

ໂດຍ: ຜາຕຸງ
ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດໄດ້ເຫັນບົດບາດ,ຄວາມສຳຄັນຂອງແມ່ຍິງລາວບັນດາເຜົ່າເຊິ່ງປະທານໄດ້ຊີ້ບອກວ່າ : “ກ່ອນອື່ນຕ້ອງເຂົ້າໃຈແຈ້ງວ່າ: ວຽກງານຂົນຂວາຍແມ່ຍິງເປັນໜ້າທີ່ປະຕິວັດຍາວນານອັນໜຶ່ງ, ມັນບໍ່ພຽງແຕ່ກ່ຽວພັນເຖິງແມ່ຍິງທີ່ກວມເອົາເຄິ່ງໜຶ່ງຂອງປະຊາກອນເທົ່ານັ້ນ, ແຕ່ຍັງກ່ຽວຂ້ອງເຖິງທັງໝົດຢູ່ໃນສັງຄົມ ເວົ້າລວມ, ເວົ້າສະເພາະ, ທັງຕິດພັນຢ່າງສະໜິດ ແໜ້ນ ເຖິງການປົກປັກຮັກສາ ແລະ ການຂະຫຍາຍເຊື້ອພັນຂອງຊາດອີກດ້ວຍ”, ດັ່ງນັ້ນ ການຂົນຂວາຍແມ່ຍິງ ຈຶ່ງກວມເອົາທຸກຂົງເຂດເຊັ່ນ: ການເມືອງ, ເສດຖະກິດ, ສັງຄົມ, ວັດທະນະທຳ ແລະ ເຜົ່າຊົນ.
ນີ້ເປັນພຽງບາງຄຳເວົ້າ ຂອງທ່ານ ທອງລຸນ ສີສຸລິດ ເລຂາຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ກ່າງຕໍ່ງານໂຮມຊຸມນຸມໃຫຍ່ ສະເຫຼີມສະຫຼອງ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70ປີ ( 20 ກໍລະກົດ 1955 – 20 ກໍລະກົດ 2025) ທີ່ຈັດຂຶ້ນຕອນເຊົ້າວັນທີ23ກໍລະກົດ2025,ຢູ່ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ, ເຊິ່ງມີອົງການຈັັດຕັ້ງແມ່ຍິງ ແລະ ສະມາຊິກ ສະຫະພັນແມ່ຍິງເຂດແຂວງຕ່າງໆ ທົ່ວປະເທດ ເຂົ້າຮ່ວມຢ່າງຫຼວງຫຼາຍ ໂດຍຜ່ານທັງສອງລະບົບ ທັງແບບເຊິ່ງໜ້າ ແລະ ແບບລະບົບທາງໄກ.
ຫວນຄືນໃນສະໄໝຕໍ່ສູ້ກູ້ຊາດ ແມ່ຍິງແມ່ນມີບົດບາດໃນການປຸກລະດົມຂົນຂວາຍໃຫ້ແມ່ຍິງບັນດາ ເຜົ່າໃນຂອບເຂດທົ່ວປະເທດ ໃຫ້ເຂົ້າຮ່ວມຂະບວນການຕໍ່ສູ້ປົດປ່ອຍຊາດ ດ້ວຍຮູບການເບິ່ງແຍງ, ລ້ຽງດູ, ຊຸກເຊື່ອງ, ຕິດຕໍ່, ສົ່ງຂ່າວ, ສົ່ງເອກະສານຕ່າງໆໃຫ້ພະນັກງານ, ທະຫານທີ່ປະຕິບັດໜ້າທີ່ຢູ່ແນວໜ້າ ແລະ ໃນເຂດຄວບຄຸມຂອງສັດຕູ, ລຳລຽງອາຫານ, ອາວຸດ, ເຄື່ອງນຸ່ງຫົ່ມໃຫ້ພະນັກງານ, ນັກຮົບຢູ່ແນວໜ້າ; ປຸກລະດົມຂົນຂວາຍຊາວໜຸ່ມ, ລູກຫຼານອອກຮັບໃຊ້ປະເທດຊາດ, ປຸກລະດົມຂະບວນການຂອງແມ່ຍິງປະຕິບັດວຽກງານແນວຫຼັງ, ເພີ່ມພູນຜະລິດຜົນຫາລ້ຽງກຸ້ມຕົນເອງ, ປະຢັດເຂົ້າປາອາຫານເພື່ອສົ່ງໄປແນວໜ້າ ແລະ ມີແມ່ຍິງຈໍານວນຫຼວງຫລາຍປະຕິບັດໜ້າທີ່ເປັນທັງພໍ່, ທັງແມ່, ໂດຍສະເພາະປຸກເຮືອນ, ແປງຊານ, ເຮັດໄຮ່, ເຮັດນາ ເພື່ອລ້ຽງດູຄອບຄົວ ແລະ ຜະລິດໄວ້ຊ່ວຍແນວໜ້າ, ເປັນເຈົ້າການປົກປັກຮັກສາເຂດນ້ຳແດນດິນອັນແສນຮັກ ແລະ ຫວງແຫນຂອງຕົນໄວ້ຢ່າງໝັ້ນຄົງ,ດ້ວຍນ້ຳໃຈເສຍສະຫຼະອັນສູງສົ່ງ ແລະ ອົງອາດກ້າຫານ. ໃນຂະບວນການດັ່ງກ່າວ ແມ່ຍິງລາວບັນດາເຜົ່າ ຈຶ່ງໄດ້ຮັບນາມມະຍົດເປັນວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນທົ່ວປະເທດ, ມີແມ່ຍິງຈຳນວນຫລວງຫລາຍຖືກຄັດເລືອກເປັນແບບຢ່າງທີ່ດີເດັ່ນ ໃນການປະກອບສ່ວນວຽກງານໃນຂົງເຂດຕ່າງໆ ຊຶ່ງໄດ້ຮັບການຍ້ອງຍໍຈາກພັກ-ລັດ ຢ່າງສົມກຽດ.
ພາຍຫລັງປະເທດຊາດໄດ້ຮັບການປົດປ່ອຍ ແລະ ສະຖາປະນາເປັນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈົນເຖິງປັດຈຸບັນ; ແມ່ຍິງລາວໄດ້ເຂົ້າຮ່ວມປະຕິບັດສອງໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ; ເຊິ່ງຕະຫລອດໄລຍະ 70 ປີ ແຫ່ງການສ້າງຕັ້ງສະຫະພັນແມ່ຍິງລາວ; ພັກ-ລັດຖະບານ ໄດ້ຕີລາຄາສູງຕໍ່ຜົນງານການເຄື່ອນໄຫວຂອງແມ່ຍິງລາວ ແລະ ໄດ້ເອົາ ໃຈໃສ່ຊຸກຍູ້ສົ່ງເສີມພັດທະນາແມ່ຍິງໃນທຸກຊົນເຜົ່າ, ທຸກສາຂາອາຊີບ, ໄດ້ເຂົ້າຮ່ວມ ແລະ ປະກອບ ສ່ວນຄຽງບ່າຄຽງໄລ່ກັບເພດຊາຍ. ພັກເຮົາຍາມໃດກໍຖືແມ່ຍິງເປັນກຳລັງແຮງພິເສດທີ່ຜະລິດຊັບພະຍາ ກອນມະນຸດທາງດ້ານປະລິມານ ແລະ ຄຸນນະພາບ.
ແນວໃດກໍຕາມ ໃນຕໍ່ໜ້ານີ້ ແມ່ຍິງລາວບັນດາເຜົ່າຕ້ອງໄດ້ສືບຕໍ່ປະຕິບັດພາ ລະບົດບາດເຕົ້າໂຮມຄວາມສາມັກຄີ, ປຸກລະດົມຊຸກຍູ້ແມ່ຍິງລາວ ເຂົ້າຮ່ວມປະຕິບັດ 2 ໜ້າທີ່ຍຸດທະ ສາດ, ເປັນເຈົ້າການປະຕິບັດແຜນພັດທະນາແມ່ຍິງລາວ ແຕ່ລະໄລຍະ, ນຳພາຂະບວນການແມ່ຍິງລາວບັນດາເຜົ່າປະຕິບັດຄຳຂວັນ, ຂໍ້ແຂ່ງຂັນຂອງສະຫະ ພັນແມ່ຍິງລາວ ຕິດພັນກັບຂະບວນແຂ່ງຂັນຮັກຊາດ ແລະ ພັດທະນາ, ປັບປຸງຕົນເອງ, ພ້ອມກັນຍົກລະດັບຄວາມຮູ້ຄວາມສາມາດ, ມູນເຊື້ອດຸໝັ່ນຂະຫຍັນພຽນໃນການອອກ ແຮງງານ, ມູນເຊື້ອອະນຸລັກວັດທະນະທຳອັນດີງາມຂອງຊາດ ແລະ ຂອງແມ່ຍິງລາວ,ເສີມຂະຫຍາຍ ຜົນງານ ແລະ ທ່າແຮງບົ່ມຊ້ອນຂອງຕົນ ເພື່ອເຮັດສຳເລັດໜ້າທີ່,ທີ່ການຈັດຕັ້ງ ແລະ ປະຊາຊົນມອບ ໝາຍໃຫ້.

