ນ້ອງຮັກຫັກລ່ຽມໂຫດ ຄາຕະກຳຊີງຊັບ ແຕ່ຫລົບໜີບໍ່ລອດ ຖືກຈັບມາດຳເນີນຄະດີ

ປກສ ນະຄອນຫລວງວຽງຈັນ ລາຍງານວ່າ: ວັນທີ 17 ກໍລະກົດ 2025 ຜ່ານມານີ້ ພົບສົບຄົນເສຍຊີວິດ ຖືກຝັງດິນຢູ່ບ້ານສໍາພັນນາ ເມືອງສັງທອງ ນະຄອນຫລວງວຽງຈັນ ຜ່ານການກວດກາສະຖານທີ່ເກີດເຫດ ຈຶ່ງຊາບວ່າ ຜູ້ເສຍຊີວິດ ຊື່ທ້າວ ນຸກອນ ໄຊຍະວົງ ອາຍຸ 48 ປີ ອາຊີບພະນັກງານ ຢູ່ບ້ານໂນນຂີ້ເຫລັກ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ.

ຜ່ານການສືບສວນສອບສວນ ເກັບກໍາຂໍ້ມູນຫລັກຖານ ຈຶ່ງສາມາດຮູ້ເປົ້າໝາຍສົງໄສ ໃນການກໍເຫດຄາຕະກຳ ໂດຍໄດ້ເອົາຕົວຫລົບໜີໄປແຂວງໄຊຍະບູລີ. ເຈົ້າໜ້າທີ່ ໃຊ້ເວລາ 9 ຊົ່ວໂມງ ຈຶ່ງສາມາດຈັບຕົວຜູ້ຖືກຫາໄດ້ ເວລາ 11:30 ນາທີ ວັນທີ 18 ກໍລະກົດ 2025 ຢູ່ທີ່ບ້ານໂພນຄໍ້ ເມືອງປາກລາຍ ແຂວງໄຊຍະບູລີ. ຊື່ທ້າວ ສີຫົງ ຫລື ຫົງ ອາຍຸ 30 ປີ ວ່າງງານ ປັດຈຸບັນຢູ່ບ້ານໃໝ່ ເມືອງສີໂຄດຕະບອງ ພ້ອມນຳຕົວຜູ້ກ່ຽວມາສືບສວນສອບສວນ.

ທ້າວສີຫົງ ຮັບສາລະພາບວ່າ: ໄດ້ຮູ້ຈັກກັບຜູ້ເສຍຊີວິດໃນປີ 2023 ເຊິ່ງໄດ້ຕິດຕໍ່ພົວພັນກັນໃນນາມຮັກແພງ, ເວລາ 11:30 ນາທີ ວັນທີ 16 ກໍລະກົດ ທ້າວນຸກອນ ໄດ້ຊວນໝູ່ຢູ່ຫ້ອງການດຽວກັນໄປກິນດື່ມຢູ່ຮ້ານອາຫານແຫ່ງໜຶ່ງ ເຂດບ້ານຮ່ອງໄກ່ແກ້ວ ເມືອງຈັນທະບູລີ, ເວລາ 20:30 ນາທີ ທ້າວນຸກອນ ໄດ້ໂທຊວນຕົນ ໄປກິນດື່ມຢູ່ຮ້ານແຫ່ງໜຶ່ງ ຢູ່ເຂດບ້ານໂນນຂີ້ເຫລັກ ເມືອງສີໂຄດຕະບອງ ພຽງ 2 ຄົນ, ໝົດເບຍປະມານ 6 ແກ້ວ. ຮອດເວລາ 22:00 ໂມງ ຈຶ່ງໄດ້ພາກັນອອກຈາກຮ້ານດັ່ງກ່າວ. ຈາກນັ້ນ ໄດ້ນອນຢູ່ບ້ານພັກແຫ່ງໜຶ່ງ ຢູ່ເຂດບ້ານໂນນແກ້ວ ເມືອງສີໂຄດຕະບອງ, ໂດຍຂີ່ລົດກະບະຂອງຜູ້ເສຍຊີວິດ. ຮອດເວລາ 03:00 ໂມງ ຂອງວັນ 17 ກໍລະກົດ 2025 ໄດ້ສວຍໂອກາດເວລາທ້າວນຸກອນ ນອນຫລັບ ລັກເອົາກະແຈລົດໃຫຍ່ໄປໄຂເບິ່ງເຄື່ອງຂອງມີຄ່າ ຢູ່ພາຍໃນລົດ ພົບເຫັນສາຍຄໍຄໍາພ້ອມດ້ວຍກີ້ ແລະ ກະເປົາເງິນ ຈຶ່ງໄດ້ເອົາຊັບດັ່ງກ່າວ ແລະ ພົບເຫັນ ປືນສັ້ນ 1 ກະບອກ ຍີ່ຫໍ້ T77 ແລະ ລູກປືນ 8 ລູກ, ຈຶ່ງຈັບເອົາອອກຈາກລົດແລ້ວກັບເຂົ້າໄປໃນຫ້ອງພັກ. ຈາກນັ້ນ, ເກີດມີຄວາມຄິດຢາກຄາຕະກໍາເພື່ອຊີງຊັບ ຈຶ່ງໄດ້ເອົາໝອນເຕັງ ທ້າວນຸກອນໄວ້ ແລ້ວໄດ້ໃຊ້ປືນ ຍິງໃສ່ຂະໝັບ ຫົວເບື້ອງຊ້າຍ 1 ນັດ ເຮັດໃຫ້ທ້າວນຸກອນເສຍຊີວິດຄາທີ່. ຈາກນັ້ນ, ໄດ້ເອົາສົບໃສ່ລົດ ພ້ອມຜ້າຫົ່ມ, ຜ້າປູບ່ອນ, ໝອນ 2 ໜ່ວຍ ແລະ ໄປເອົາຈົກຢູ່ເຮືອນຂອງຕົນເອງ ແລ້ວຂັບຂີ່ລົດມຸ່ງໜ້າໄປທາງເມືອງສັງທອງ, ພໍຮອດເຂດບ້ານສໍາພັນນາ ຈຶ່ງຈອດລົດໄວ້ແຄມທາງ ແລ້ວລົງໄປຂຸດຂຸມ ເພື່ອຝັງສົບຂອງທ້າວນຸກອນ ແລະ ເອົາເຄື່ອງບ່ອນນອນ ແລະ ປືນທີ່ໃຊ້ກໍເຫດໄປຖິ້ມລົງນໍ້າຂອງ. ຈາກນັ້ນຈຶ່ງຂັບຂີ່ລົດລົບໜີ ໄປແຂວງໄຊຍະບູລີ ແລ້ວຈຶ່ງຖືກເຈົ້າໜ້າທີ່ ນໍາຈັບຕົວໃນເວລາຕໍ່ມາ.

ປັດຈຸບັນ ເຈົ້າໜ້າທີ່ກໍາລັງສືບຕໍ່ດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍ

ທີ່ມາ: ປ້ອງກັນຄວາມສະຫງົບ ນະຄອນຫລວງ