ADB ຫລຸດຄາດຄະເນເສດຖະກິດອາຊີ

          ທະນາຄານພັດທະນາອາຊີ (ADB) ຫລຸດຄາດຄະເນການຂະຫຍາຍຕົວທາງເສດຖະກິດຂອງປະເທດກໍາລັງພັດທະນາໃນພາກພື້ນອາຊີ ແລະ ປາຊີຟິກໃນປີ 2025 ລົງສູ່ລະດັບ 4.7% ຈາກທີ່ເຄີຍຄາດຄະເນໄວ້ໃນເດືອນເມສາ 4.9% ແລະ ຫລຸດຄາດຄະເນເສດຖະກິດໃນປີ 2027 ລົງເຫລືອ 4.6% ຈາກຕົວເລກຄາດຄະເນເກົ່າໃນລະດັບ 4.7% ໂດຍເຕືອນວ່າ: ການທີ່ອາເມລິກາຂຶ້ນພາສີອາກອນ ແລະ ຄວາມບໍ່ແນ່ນອນດ້ານການຄ້າໄດ້ສົ່ງຜົນກະທົບຕໍ່ທ່າອ່ຽງເສດຖະກິດໃນພາກພື້ນແຫ່ງນີ້.

           ADB ເປີດເຜີຍໃນລາຍງານ “Asian Development Outlook” ເຊິ່ງມີການເຜີຍແຜ່ໃນວັນທີ 23 ກໍລະກົດວ່າ: ອຸປະສົງພາຍໃນປະເທດຂອງພາກພື້ນດັ່ງກ່າວຄາດວ່າຈະອ່ອນແອລົງ ເນື່ອງຈາກຫລາຍປັດໄຈ ເຊິ່ງລວມທັງປັດໄຈດ້ານພູມສາດ, ການຢຸດສະງັກຂອງຕ່ອງໂສ້ອຸປະທານ ຕະຫລອດຮອດລາຄາພະລັງງານທີ່ປັບສູງຂຶ້ນ ແລະ ຄວາມບໍ່ແນ່ນອນໃນຕະຫລາດອະສັງຫາລິມະຊັບຂອງຈີນ.

            ADB ນິຍາມ “ປະເທດກໍາລັງພັດທະນາໃນອາຊີ ແລະ ປາຊີຟິກ” ວ່າເປັນພາກພື້ນທີ່ປະກອບດ້ວຍ 46 ປະເທດ ນັບແຕ່ຈີນໄປຮອດຈໍເຈຍ ແລະ ຊາມົວ ໂດຍບໍ່ລວມບາງປະເທດຄືຍີ່ປຸ່ນ, ອົດສະຕຣາລີ ແລະ ນິວຊີແລນ.

             ຫົວໜ້ານັກເສດຖະສາດຂອງ ADB ກ່າວວ່າ: ເຖິງວ່າປະເທດໃນອາຊີ ແລະ ປາຊີຟິກສາມາດຮັບມືສະພາບແວດລ້ອມພາຍນອກທີ່ທ້າທາຍຫລາຍຂຶ້ນໃນປີນີ້, ແຕ່ທ່າອ່ຽງເສດຖະກິດພັດອ່ອນແອລົງ ເນື່ອງຈາກຄວາມສ່ຽງ ແລະ ຄວາມບໍ່ແນ່ນອນທົ່ວໂລກທີ່ເພີ່ມຂຶ້ນ.

            ສໍາລັບເສດຖະກິດໃນກຸ່ມອາຊີຕາເວັນອອກສຽງໃຕ້ນັ້ນ, ADB ຄາດວ່າຈະຊ້າລົງຫລາຍທີ່ສຸດ ໂດຍຄາດຄະເນວ່າຈະຂະຫຍາຍຕົວ 4.2% ໃນປີ 2025 ແລະ 4.3% ໃນປີ 2026 ເຊິ່ງຫລຸດລົງຈາກການຄາດຄະເນເກົ່າໃນລະດັບ 4.7% ສໍາລັບສອງປີ.

            ທັງນີ້, ຫົວໜ້ານັກເສດຖະສາດຂອງ ADB ແນະນໍາວ່າ: ປະເທດໃນອາຊີຕາເວັນອອກສຽງໃຕ້ຄວນສົ່ງເສີມປັດໄຈພື້ນຖານທາງເສດຖະກິດໃຫ້ແຂງແຮງຢ່າງຕໍ່ເນື່ອງ ຕະຫລອດຈົນສົ່ງເສີມການເປີດກວ້າງດ້ານການຄ້າ ແລະ ການລວມກຸ່ມລະດັບພາກພື້ນ ເພື່ອສະໜັບສະໜູນການລົງທຶນ, ການຈ້າງວຽກ ແລະ ການເຕີບໃຫຍ່ທາງເສດຖະກິດ.

              ຂະນະດຽວກັນ, ADB ຫລຸດຄາດຄະເນເສດຖະກິດອິນເດຍໃນປີ 2025 ລົງເຫລືອ 6.5% ຈາກ 6.7% ແລະ ຫລຸດຄາດຄະເນເສດຖະກິດປີ 2026 ລົງເຫລືອ 6.7% ຈາກ 6.8%, ຫລຸດຄາດຄະເນເສດຖະກິດມາເລເຊຍປີ 2025 ລົງເຫລືອ 4.3% ຈາກ 4.9% ແລະ ຫລຸດຄາດຄະເນເສດຖະກິດປີ 2026 ລົງເຫລືອ 4.2% ຈາກ 4.8%.

             ນອກຈາກນີ້, ADB ໄດ້ຫລຸດຄາດຄະເນເສດຖະກິດສິງກະໂປໃນປີ 2025 ລົງເຫລືອ 1.6% ຈາກ 2.6% ແລະ ຫລຸດຄາດຄະເນເສດຖະກິດໃນປີ 2026 ລົງເຫລືອ 1.5% ຈາກ 2.4% ແລະ ຫລຸດເສດຖະກິດຫວຽດນາມໃນປີ 2025 ລົງເຫລືອ 6.3% ຈາກ 6.6% ແລະ ຫລຸດຄາດຄະເນເສດຖະກິດໃນປີ 2026 ລົງເຫລືອ 6.0% ຈາກ 6.5%.