ເມືອງເງິນ ປະເມີນຜົນເສຍຫາຍຈາກໄພນໍ້າຖ້ວມ ມູນຄ່າເກືອບ 20 ຕື້ກີບ

ທາງຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງໄຊຍະບູລີ  ລາຍງານວ່າ: ວັນທີ 16 ກໍລະກົດ 2025 ໄດ້ເກີດມີຝົນຕົກໜັກໃນຂອບເຂດບໍລິເວນພື້ນທີ່ທົ່ວເມືອງເງິນ ເກີດນ້ຳຖ້ວມຊຸບ້ານເຮືອນ, ໄຮ່ນາຮົ້ວສວນ, ດິນເຊາະເຈື່ອນ ສົ່ງຜົນກະທົບຕໍ່ຊັບສິນຂອງພໍ່ແມ່ປະຊາຊົນຊາວເມືອງເງິນ ດ້ວຍສະເພາະ ແມ່ນບ້ານໂຮມໄຊ, ບ້ານປາກແຄນ ແລະ ບ້ານທອງ. ດ້ານທີ່ຢູ່ອາໄສ ລວມມູນຄ່າເສຍຫາຍ 2,226,200,000 ກີບ, ດ້ານພື້້ນຖານໂຄງລ່າງ ລວມມູນຄ່າເສຍຫາຍ 5,587,000,000 ກີບ, ດ້ານກະສິກໍາ: ລວມມູນຄ່າເສຍຫາຍ 8,520,810,000 ກີບ, ດ້ານສາທາລະນະສຸກ ລວມມູນຄ່າເສຍຫາຍ 371,000,000 ກີບ, ລວມມູນຄ່າເສຍຫາຍທັງໝົດ 16,746,510,000 ກີບ.

ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງໄຊຍະບູລີ ແລະ ເມືອງໄດ້ລົງມອບເຄື່ອງຊ່ວຍເຫຼືອສຸກເສີນບັນເທົາທຸກ ໃຫ້40ຄອບຄົວທີຖືກຜົນກະທົບ ຈຳນວນ 3 ບ້ານຄື ບ້ານໂຮມໄຊ, ບ້ານປາກແຄນ ແລະ ບ້ານທອງ.ເປັນຕົ້ນແມ່ນ ເຂົ້າສານຈ້າວ, ເຄື່ອງໃຊ້ຄົວເຮືອນ, ເຄື່ອງນຸ່ງຫົ່ມ, ເຄື່ອງນອນ, ອາຫານແຫ້ງ, ນ້ຳດື່ມ ແລະ ອື່ນໆ ຄິດມູນຄ່າທັງໝົດ 44 ລ້ານ ກວ່າກີບ.