ຝົນຕົກຢູ່ ສ.ເກົາຫລີ ເຮັດໃຫ້ດິນເຈື່ອນ-ນໍ້າຖ້ວມ ມີຜູ້ເສຍຊີວິດແລ້ວ 17 ຄົນ ສູນຫາຍອີກ 11 ຄົນ

             ເກີດຝົນຕົກໜັກຕໍ່ເນື່ອງຢູ່ ສ.ເກົາຫລີ ນັບແຕ່ວັນທີ 16 ກໍລະກົດ ເຮັດໃຫ້ເກີດດິນເຈື່ອນ ແລະ ນໍ້າຖ້ວມໃນຫລາຍພື້ນທີ່ທົ່ວປະເທດ. ຫລ້າສຸດມີລາຍງານຜູ້ເສຍຊີວິດເພີ່ມເປັນ 17 ຄົນ ແລະ ຍັງມີຜູ້ສູນຫາຍອີກ 11 ຄົນ ໂດຍມີປະຊາຊົນ 13,000 ກວ່າຄົນຕ້ອງອົບພະຍົບອອກຈາກພື້ນທີ່ສ່ຽງໄພ.

             ຫລ້າສຸດວັນທີ 21 ກໍລະກົດ, ເກີດດິນເຈື່ອນໃນເຂດຄາພີຢອງ (Gapyeong) ເຊິ່ງຢູ່ທາງຕາເວັນອອກສຽງເໜືອຂອງນະຄອນຫລວງເຊອຸນ ພັດເອົາເຮືອນ ແລະ ພື້ນທີ່ຕັ້ງແຄ້ມຈໍານວນໜຶ່ງເປ່ເພເສຍຫາຍ ມີຜູ້ເສຍຊີວິດແລ້ວ 2 ຄົນ ແລະ ສູນຫາຍອີກ 5 ຄົນ ໂດຍໃນຈໍານວນນີ້ມີຜູ້ຊາຍອາຍຸ 40 ປີທີ່ເສຍຊີວິດ ແລະ ສະມາຊິກໃນຄອບຄົວຂອງລາວອີກ 2 ຄົນຍັງບໍ່ຮູ້ຊະຕາກໍາ. ຂະນະດຽວກັນຍັງມີຜູ້ຕົກຄ້າງຢູ່ໃນພື້ນທີ່ກວ່າ 24 ຄົນ ເຈົ້າໜ້າທີ່ມອດໄຟເລັ່ງປະຕິບັດການຊ່ວຍເຫລືອ.

             ທ່ານ ອີ ແຈ ມາຢອງ ປະທານາທິບໍດີຂອງ ສ.ເກົາຫລີ ໄດ້ສັ່ງໃຫ້ເລັ່ງປະເມີນຄວາມເສຍຫາຍ ແລະ ປະກາດພື້ນທີ່ປະສົບໄພພິບັດພິເສດໂດຍໄວ ເພື່ອໃຫ້ລັດສາມາດເຂົ້າໄປສະໜັບສະໜູນ ແລະ ຟື້ນຟູໄດ້ຢ່າງເຕັມທີ່.

            ກົມອຸຕຸນິຍົມວິທະຍາ ສ.ເກົາຫລີ ລະບຸວ່າ: ຝົນທີ່ຕົກໜັກມາແຕ່ກາງອາທິດ ຈະຢຸດລົງພາຍໃນວັນທີ 27 ກໍລະກົດນີ້ ແລະ ຈະຕາມມາດ້ວຍຄື້ນຄວາມຮ້ອນໃນຫລາຍພື້ນທີ່.

         ຝົນທີ່ເຄີຍຕົກໜັກໃນພື້ນທີ່ທາງໃຕ້ຂອງປະເທດ ໄດ້ເຄື່ອນທີ່ຂຶ້ນມາທາງເໜືອຢ່າງວ່ອງໄວໃນຊ່ວງຂ້າມຄືນຜ່ານມາ ເຮັດໃຫ້ຫລາຍພື້ນທີ່ໃນພາກກາງ ລວມທັງນະຄອນຫລວງເຊອຸນ ໄດ້ຮັບຜົນກະທົບຢ່າງຮຸນແຮງເຊັ່ນກັນ.