ພົບພະພຸດທະຮູບເກົ່າແກ່ 70 ອົງ ຢູ່ໄຫຝັງດິນ ໃນວັດເມືອງກາງ ເມືອງຈຳປາສັກ

ວັນທີ 14 ກໍລະກົດ 2025 ພະນັກງານ-ກຳມະກອນ ແລະ ຊາວບ້ານທີ່ເຮັດວຽກໂຄງການປະຕິສັງຂອນຫໍໄຕວັດເມືອງກາງ ເມືອງຈຳປາສັກ ແຂວງຈຳປາສັກ ໄດ້ພົບເຫັນພະພຸດທະຮູບເກົ່າແກ່ 70 ອົງ ໃນຂະນະທີ່ທຳການຂຸດຂຸມເພື່ອກຽມເທຄານສ້ອມແປງໂຄງສ້າງອາຄານຫໍໄຕເບື້ອງຕາເວັນຕົກ, ພະພຸດທະຮູບດັ່ງກ່າວແມ່ນບັນຈຸໃນໄຫ 1 ໜ່ວຍ ຝັງເລິກຈາກໜ້າດິນປະມານ 45 ຊັງຕີແມັດ.

ພະທີ່ພົບເຫັນປະກອບມີ ພະທີ່ເຮັດດ້ວຍເງິນ ແລະ ເກສອນດອກໄມ້ (ພຣະບຸເງິນ) 69 ອົງ, ພຣະເຮັດດ້ວຍເກສອນດອກໄມ້ ແລະ ຄຳ (ຄຳລາວບູຮານ) 1 ອົງ. ສ່ວນຫລາຍແມ່ນປາງສະມະທິ ແລະ ປາງຊະນະມານ ຂະໜາດນ້ອຍໜ້າຕັກ 3 ຫາ 5 ຊັງຕີແມັດ, ສູງ 10 ຫາ 18 ຊັງຕີແມັດ. ສັນນິຖານວ່າອາດສ້າງຂຶ້ນໃນສະຕະວັດທີ 17-18.

ປັດຈຸບັນ ຂະແໜງມໍລະດົກວັດພູ ໄດ້ລົງສຳຫລວດພື້ນທີ່ ແລະ ຮັບເອົາພະພຸດທະຮູບມາອະນາໄມ, ທຳຄວາມສະອາດ, ເກັບຮັກສາໃຫ້ຖືກວິທີ ແລະ ຂຶ້ນທະບຽນ.

ທີ່ມາ: ສູນຂ່າວຊາວພາກໃຕ້ Southerners News Center