ຮື້ປ້າຍບໍ່ຖືກລະບຽບ ແລະ ມ້າງເທີບເງີບ ກວມທາງສາທາລະນະ ຢູ່ເສັ້ນທາງ T2

ວິທະຍຸ ນະຄອນຫລວງ ລາຍງານວ່າ: ວັນທີ 16 ກໍລະກົດ 2025 ພະແນກ ໂຍທາທິການ ແລະ ຂົນສົ່ງ ນະຄອນຫລວງວຽງຈັນ ສົມທົບ ກັບ ອົງການປົກຄອງເມືອງສີໂຄດຕະບອງ ພ້ອມດ້ວຍຄະນະສະເພາະກິດຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍໃນຕົວເມືອງ ຂັ້ນ ນວ ນຳໂດຍທ່ານ ບຸນຍະວັດ ນິລະໄຊຍ໌ ຫົວໜ້າພະແນກ ຍທຂ ນວ ມີທ່ານ ອິນປອງ ທຸມມາ ຮັກສາການເຈົ້າເມືອງສີໂຄດຕະບອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ລົງຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍໃນຕົວເມືອງ ຢູ່ຖະໜົນອາຊຽນ ເຂດເສັ້ນທາງT2 (ເຕ້2) ບ້ານ ອຸບມຸງ ເມືອງສີໂຄດຕະບອງ.

ສຳລັບການລົງຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍຄັ້ງນີ້ ແມ່ນໄດ້ຈັດຕັ້ງປະຕິບັດຕົວຈິງໃນການມ້າງເທີບເງີບ, ມ້າງປ້າຍໂຄສະນາທີ່ບໍ່ໄດ້ຮັບອະນຸຍາດໃນການຕິດຕັ້ງ ແລະ ການຂາຍເຄື່ອງຊະຊາຍ ປ້າຍທີ່ຕິດຕັ້ງກີດຂວາງການສັນຈອນທີ່ບໍ່ຖືກຕ້ອງຕາມລະບຽບ ໂດຍໃນໄລຍະຜ່ານມາ ທາງພະແນກ ໄດ້ສົມທົບພາກສ່ວນກ່ຽວຂ້ອງລົງເຜີຍແຜ່ລະບຽບ ແນະນຳ ເຮັດບົດບັນທຶກ ແລະ ໄດ້ຮື້ມ້າງຫລາຍຄັ້ງແລ້ວ ແຕ່ກໍ່ບໍ່ໄດ້ຮັບຄວາມຮ່ວມມືເທົ່າທີ່ຄວນ ການຮື້ຖອນຄັ້ງນີ້ ຖ້າຫາກພົບເຫັນອີກແມ່ນຈະປະຕິບັດມາດຕະການຢ່າງເຂັ້ມງວດ ດ້ວຍການປັບໃໝໃສ່ລະບຽບຕາມກົດໝາຍ.
ສຳລັບປ້າຍ ແລະ ເທີບເງີບ ເຄື່ອງທີ່ຂາຍຊະຊາຍ ກີດຂວາງເສັ້ນທາງຈາລະຈອນ ທີ່ຮື້ມ້າງອອກໃນຄັ້ງນີ້ແມ່ນຈະນຳໄປເກັບຮັກສາໄວ້ຢູ່ທີ່ພະແນກ ຍທຂ ນວ ໂດຍໃຫ້ເວລາເຈົ້າຂອງໄປພົວພັນເອົາ ໃນກຳນົດ20 ວັນ ພ້ອມດຽວກັນນັ້ນ ທາງພະແນກຍັງຈະສຶບຕໍ່ຈັດຕັ້ງປະຕິບັດວຽກງານດັ່ງກ່າວ ຢູ່ບັນດາເສັ້ນທາງຫລັກ ຢູ່ທຸກເມືອງ ໃນ ນະຄອນຫລວງວຽງຈັນ.

