ລັດຖະບານຈີນຈະຈຳກັດປະຊາກອນ ຊຽງໄຮ້ບໍ່ໃຫ້ເກີນ 25 ລ້ານຄົນ

ຄະນະລັດຖະບານຈີນຈະຈຳກັດຈຳນວນປະຊາກອນໃນນະຄອນຊຽງໄຮ້ບໍ່ໃຫ້ເກີນ 25 ລ້ານຄົນພາຍໃນປີ 2035 ຕາມນະໂຍບາຍແກ້ບັນຫາພະຍາດເມືອງໃຫຍ່.
ເວັບໄຊລັດຖະບານຈີນແຈ້ງໃນວັນທີ 25 ທັນວາວ່າ: ຄະນະລັດຖະບານເຫັນພ້ອມແຜນແມ່ບົດຊຽງໄຮ້ປີ 2017-2035 ໜຶ່ງໃນນັ້ນມີເປົ້າໝາຍເລື່ອງການຈຳກັດຈຳນວນປະຊາກອນໄວ້ທີ່ 25 ລ້ານຄົນ ແລະ ຈຳກັດພື້ນທີ່ກໍ່ສ້າງໄວ້ທີ່ 3.200 ຕາກິໂລແມັດ ພາຍໃນປີ 2035 ອັນເປັນສ່ວນໜຶ່ງຂອງນະໂຍບາຍແກ້ໄຂບັນຫາພະຍາດເມືອງໃຫຍ່. ສື່ທາງການຈີນອະທິບາຍວ່າ: ພະຍາດເມືອງໃຫຍ່ໝາຍເຖິງພະຍາດຂອງມະຫານະຄອນທີ່ເຕັມໄປດ້ວຍມົນລະພິດດ້ານສິ່ງແວດລ້ອມ, ການຈະລາຈອນແອອັດ ແລະ ບໍລິການສາທາລະນະເລື່ອງການສຶກສາ ແລະ ການແພດບໍ່ພຽງພໍ. ນອກຈາກນີ້ ມະຫານະຄອນຂອງຈີນຫລາຍແຫ່ງຍັງມີບັນຫາລາຄາທີ່ຢູ່ອາໄສປັບຂຶ້ນຕໍ່ເນື່ອງ ຈົນເກີດກະແສກັງວົນວ່າຈະເກີດຟອງສະບູອະສັງຫາລິມະຊັບ. ສຳນັກຂ່າວຊິນຮົວຂອງທາງການຈີນລາຍງານໃນປີກ່ອນວ່າ: ຮອດທ້າຍປີ 2015 ຊຽງໄຮ້ມີພົນລະເມືອງທີ່ອາໄສຢູ່ຖາວອນ 24,15 ລ້ານຄົນ.

